Sunday, September 29, 2024
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 18 ສິງຫາ 2023

ພະຍາກອນອາກາດ ວັນທີ 18 ສິງຫາ 2023

ພະຍາກອນອາກາດ ປະຈໍາວັນທີ 18 ສິງຫາ 2023, ຄວາມກົດດັນຕໍ່າ ຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງອ່ອນ ຫາປານກາງ, ສົມທົບກັບລົມຕາເວັນຕົກພັດປົກຄຸມ ຈຶ່ງຈະເຮັດ ໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ. ສໍາລັບລະດັບນໍ້າຢູ່ສະຖານີແກ້ງກອກ (ນໍ້າເຊຈໍາພອນ) ເມືອງຈໍາພອນ ແຂວງສະຫວັນນະເຂດ, ລະດັບນໍ້າແທກໄດ້ 8.06 ແມັດ. (ເຂດເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 8.00 ແມັດ) ແລະ ສະຖານີຕົ້ນແຫນ (ເຊບັ້ງໄຟ) ລະດັບນໍ້າແທກໄດ້ 12.36 ແມັດ. (ເຂດເຕືອນໄພ 12.00 ແມັດ; ເຂດອັນຕະລາຍ 13.00 ແມັດ). ສະຖານີຂົວເຊບັ້ງໄຟ ລະດັບນໍ້າແທກໄດ້ 18.32 ແມັດ. (ເຂດເຕືອນໄພ 17.50 ແມັດ; ເຂດອັນຕະລາຍ 18.50 ແມັດ).ໄດ້ສູງຂຶ້ນກວ່າເຂດເຕືອນໄພ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນ ທີ່ອາໄສຢູ່ຕາມລໍາແມ່ນໍ້າເຊຈໍາພອນ ແລະ ເຊບັ້ງໄຟ ຂອງແຂວງຄໍາມ່ວນ ແລະ ສະຫວັນນະເຂດ. ຈົ່ງມີສະຕິລະວັງຕໍ່ສະພາບ ຝົນຕົກ ທີ່ເຮັດໃຫ້ເກີດມີນໍ້າຖ້ວມ ເກີດຂຶ້ນໄດ້ໃນໄລຍະນີ້. ພ້ອມຂໍໃຫ້ຕິດ ຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 26-34 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments