Sunday, September 29, 2024
Homeຂ່າວໜ້າໜຶ່ງຜູ້ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ສາມາດຮັບດອກເບ້ຍ-ຖອນ ເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ

ຜູ້ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ສາມາດຮັບດອກເບ້ຍ-ຖອນ ເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ

ຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ອອກໜັງສືແຈ້ງການເຖິງ ພໍ່ແມ່ປະຊາ ຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ຕະຫລອດເຖິງ ຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິລະວັງຕົວຕໍ່ການຮັບຟັງຂ່າວສານທີ່ບໍ່ມີມູນຄວາມຈິງຕາມສື່ອອນລາຍຕ່າງໆ. ເນື່ອງຈາກໃນປັດຈຸບັນ, ມີຜູ້ບໍ່ຫວັງດີຈຳນວນໜຶ່ງໄດ້ເຄື່ອນໄຫວ ແລະ ປ່ອຍຂ່າວວ່າ: ຜູ້ໃດຫາກມີບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຫລື ການໂອນເງິນມາຈາກຕ່າງ ປະເທດ ເພື່ອເຂົ້າບັນຊີຂອງຕົນທີ່ຝາກໄວ້ນຳທະນາຄານທຸລະກິດ ຢູ່ ສປປ ລາວ ຈະບໍ່ສາມາດຖອນເງິນດັ່ງກ່າວເປັນສະກຸນເງິນຕາຕ່າງປະເທດໄດ້ ເລີ່ມແຕ່ເດືອນ ກັນຍາ 2023 ເປັນຕົ້ນໄປ ນັ້ນເປັນການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ.

ອີງໃສ່ນິຕິກຳການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການທີ່ກ່ຽວຂ້ອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດທີ່ຝາກໄວ້ນຳທະນາຄານທຸລະກິດຢູ່ ສປປ ລາວ ແມ່ນສາມາດຮັບດອກເບ້ຍ ແລະ ຖອນເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ.

ສະນັ້ນ, ຫ້ອງການທະນາຄານແຫ່ງ ສປປ ລາວ ມາຍັງທົ່ວສັງຄົມ ຈົ່ງມີສະຕິລະວັງຕົວ ແລະ ບໍ່ໃຫ້ຫລົງເຊື່ອຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງດັ່ງກ່າວ, ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ແລະ ຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ ເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments