Sunday, September 29, 2024
Homeຂ່າວກິລາ“ແມນຢູໄນເຕັດ” ໃກ້ຖືກຕັດໜ້າຄວ້າ " ນັກເຕະເປົ້າຫມາຍເທນຮາກ" ຫຼ້າສຸດຍື່ນຂໍ້ສະເໜີແລ້ວ

“ແມນຢູໄນເຕັດ” ໃກ້ຖືກຕັດໜ້າຄວ້າ ” ນັກເຕະເປົ້າຫມາຍເທນຮາກ” ຫຼ້າສຸດຍື່ນຂໍ້ສະເໜີແລ້ວ

ວັນທີ 18 ສິງຫາ 2023 ຟາບຣິຊິໂອ ໂຣມາໂນ ນັກຂ່າວຄົນດັງຊາວອີຕາລີ ລາຍງານວ່າ ອິນເຕີ ມິລານ ສະໂມສອນແຂງແກ່ນແຫ່ງ ກັນໂຊ່ ເຊເຣຍ ອາ ອາອີຕາລີ ຍື່ນຂໍ້ສະເໜີຢ່າງເປັນທາງການຈໍານວນ 25 ລ້ານເອີໂຣ ເພື່ອຂໍຊື້ຕົວ ເບນຈາມິນ ປາວາ ກອງຫຼັງຂອງ ບາເຢິນ ມິວນິກ ສະໂມສອນຍິ່ງໃຫຍ່ໃນ ບຸນເດສລີກາ ເຢຍລະມັນ ແລ້ວ.

ເປັນທີ່ເຂົ້າໃຈກັນວ່າ ປາວາ ຄືເປົ້າໝາຍເສີມທັບໃນຕໍາແໜ່ງກອງຫຼັງຂອງ ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ແຕ່ຈາກການທີ່ ແມນເຊັສເຕີ ຢູໄນເຕັດ ບໍ່ສາມາດຂາຍ ແຮຣີ ແມັກກວັຍ ອອກຈາກທີມໄດ້ ເຮັດໃຫ້ພວກເຂົາຕ້ອງຢຸດເຊົາເຄື່ອນໄຫວຂໍ້ຕົກລົງນີ້ ແລະ ຫຼ້າສຸດກາຍເປັນ ອິນເຕີ ມິລານ ທີ່ຍື່ນຂໍ້ສະເໜີເຂົ້າມາໃຫ້ ບາເຢິນ ມິວນິກ ພິຈາລະນາແລ້ວ ແລະ ການຍ້າຍທີມກໍມີໂອກາດສູງຫຼາຍທີ່ຈະເກີດຂຶ້ນ.

ຢ່າງໃດກໍຕາມ ກໍຄົງບໍ່ແມ່ນເລື່ອງງ່າຍສໍາລັບ ອິນເຕີ ມິລານ ເຊັ່ນກັນ ເພາະ ບາເຢິນ ມິວນິກ ຕ້ອງການຄ່າຕົວຂອງ ປາວາ ສູງກວ່າທີ່ພວກເຂົາຍື່ນຂໍ້ສະເໜີເຂົ້າມານັ້ນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments