Monday, September 30, 2024
Homeຂ່າວກິລາສະປັນເລດຕິ ຕອບຮັບຄຸມທີມຊາດອີຕາລີ ແຕ່ ນາໂປລີ ຮຽກຮ້ອງຄ່າຍົກເລີກສັນຍາ

ສະປັນເລດຕິ ຕອບຮັບຄຸມທີມຊາດອີຕາລີ ແຕ່ ນາໂປລີ ຮຽກຮ້ອງຄ່າຍົກເລີກສັນຍາ

Sky Sport Italia ລະບຸວ່າ ລູເຊຍໂນ່ ສະປັນເລດຕິ ໄດ້ບັນລຸຂໍ້ຕົກລົງໃນການເຂົ້າມາເປັນຄູຝຶກທີມຊາດອິຕາລີ ແຕ່ຕິດຢູ່ກັບບັນຫາເລື່ອງສັນຍາທີ່ຍັງຄ້າງຢູ່ກັບ ນາໂປລີ.

ຫຼັງຈາກ ໂຣແບໂຕ ມັນຊີນີ ຕັດສິນໃຈລາອອກຈາກຕໍາແໜ່ງຜູ້ຈັດການທີມຊາດອິຕາລີ ເນື່ອງຈາກມີບັນຫາພາຍໃນ ໂດຍມີຂ່າວວ່າ ມັນຊີນີ່ ອາດຈະໄປຮັບວຽກຄຸມທີມຊາດຊາອຸດິອາຣາເບຍ.

ເມື່ອບໍ່ດົນມານີ້, ມີລາຍງານວ່າ ຄູຝຶກທີ່ຈະເຂົ້າມາຄຸມທີມຊາດອີຕາລີຄົນໃໝ່ ຄື ລູເຍໂນ່ ສະປັນເລດຕິ ທີ່ຫາກໍພາ ນາໂປລີ ຄວ້າແຊ້ມລີກໄປຄອງເມື່ອລະດູການທີ່ຜ່ານມາ.

ໂດຍ ສະປັນເລດຕິ ຕົກລົງຄ່າຈ້າງກັບສະຫະພັນບານເຕະອິຕາລີ ໄປຮຽບຮ້ອຍແລ້ວ ລວມທັງມີທີມໂຄ໊ຊທີ່ກຽມຈະດຶງມາຮ່ວມວຽກດ້ວຍ.

ເຖິງຢ່າງໃດກໍຕາມ, ສະປັນເລຕິ ຍັງມີບັນຫາກັບສັນຍາປັດຈຸບັນກັບສະໂມສອນ ແລະ ມີຄ່າຈີກສັນຍາຢູ່ປະມານ 3 ລ້ານເອີໂຣ ເຮັດໃຫ້ ທ່ານ ອໍເຣລິໂອ ເດ ລໍເຣນຕິສ ປະທານສະໂມສອນນາໂປລີ ກໍຢືນຢັນວ່າຈະບໍ່ຍອມປ່ອຍ ສະປັນເລດຕິ ນອກຈາກຈະມີການຈີກສັນຍາຕາມທີ່ກໍານົດໄວ້.

ທັງນີ້ ທະນາຍຄວາມຂອງສະຫະພັນບານເຕະອິຕາລີ ກໍາລັງສຶກສາລາຍລະອຽດວ່າຈະດຶງ ສະປັນແລັດຕີ ມາຄຸມທີມຊາດໂດຍທີ່ບໍ່ຕ້ອງຈ່າຍຄ່າຈີກສັນຍາຫຼືບໍ່ ແລະ ເລື່ອງນີ້ໜ້າຈະມີຄວາມຄືບໜ້າພາຍໃນວັນສຸກ ທີ 18 2023 ນີ້ ກ່ຽວກັບການຫາທາງອອກວ່າຈະຕ້ອງມີການຊົດເຊີຍກັນຫຼືບໍ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments