Monday, September 30, 2024
Homeຂ່າວພາຍໃນໂຮງໝໍເຊດຖາທິຣາດຈັດກິດຈະກຳສົ່ງເສີມສຸຂະພາບໃນວັນຕັບອັກເສບໂລກ

ໂຮງໝໍເຊດຖາທິຣາດຈັດກິດຈະກຳສົ່ງເສີມສຸຂະພາບໃນວັນຕັບອັກເສບໂລກ

ໂຮງໝໍເຊດຖາທິຣາດ ຈັດກິດຈະກຳສົ່ງເສີມສຸຂະພາບ ເນື່ອງໃນໂອກາດວັນຕັບອັກເສບໂລກ ຂຶ້ນໃນວັນທີ 17 ສິງຫາ 2023 ທີ່ໂຮງໝໍດັ່ງກ່າວ ພາຍໃຕ້ຄຳຂວັນ One Life One Liver ໜຶ່ງຊີວິດ ໜຶ່ງຕັບ ຂອງອົງການອະນາໄມໂລກ ເປັນປະທານຂອງທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ແລະ ທ່ານ ດຣ ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ມີແພດໝໍ ປະຊາຊົນ ພະນັກງານ ທະຫານ ຕຳຫຼວດເຂົ້າຮ່ວມ.

ໃນກິດຈະກຳດັ່ງກ່າວ ມີການກວດສຸຂະພາບທົ່ວໄປ ກວດເລືອດຊອກຫາເຊື້ອໄວຣັສຕັບອັກເສບ ບີ ແລະ ຊີ ກວດເລືອດຊອກຫາທາດນ້ຳຕານໃນເລືອດ ການກວດ Fibroscan ຊອກຫາຕັບແຂງ ແລະ ໄຂມັນຫຸ້ມຕັບ ໂດຍບໍ່ເສຍຄ່າໃຊ້ຈ່າຍ ນອກຈາກນີ້ ຍັງມີ ການໃຫ້ສຸຂະສຶກສາໃນຫົວຂໍ້ ໄວຣັສຕັບອັກເສບ ແລະ ໂພຊະນາການສຳລັບຄົນເຈັບພະຍາດຕັບແຂງຕື່ມອີກ.

ໃນກິດຈະກຳດັ່ງກ່າວໄດ້ມີ ປະຊາຊົນ ພະນັກງານ ທະຫານ ຕຳຫຼວດເຂົ້າຮ່ວມກວດສຸຂະພາບຫຼາຍກວ່າ 200 ຄົນ ກິດຈະກຳທີ່ໄດ້ຈັດຂຶ້ນໃນຄັ້ງນີ້ ຖືເປັນກິດຈະກຳທີ່ສຳຄັນ ໃນການສົ່ງເສີມສຸຂະພາບຂອງປະຊາຊົນລາວບັນດາເຜົ່າໃຫ້ຮູ້ພື້ນຖານໃນການປ້ອງກັນພະຍາດ ຮູ້ເຖິງການປິ່ນປົວພະຍາດຕັບອັກເສບ ນອກນີ້ ຜູ້ທີ່ເຂົ້າມາຮ່ວມງານໃນຄັ້ງນີ້ໄດ້ເຂົ້າເຖິງການກວດ ແລະ ການປິ່ນປົວໄວຣັສຕັບອັກເສບໄດ້ຫຼາຍຂື້ນ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments