Monday, September 30, 2024
Homeຂ່າວພາຍໃນຮອງເຈົ້າຄອງ ນວ ຢ້ຽມຢາມໂຄງການປູກເຂົ້າຂອງບໍລິສັດ ໂຊກໄຊຊະນະ ການກະເສດປອດສານພິດຈໍາກັດຜູ້ດຽວ

ຮອງເຈົ້າຄອງ ນວ ຢ້ຽມຢາມໂຄງການປູກເຂົ້າຂອງບໍລິສັດ ໂຊກໄຊຊະນະ ການກະເສດປອດສານພິດຈໍາກັດຜູ້ດຽວ

ວັນທີ 18 ສິງຫາ 2023 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍ ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງ ປາກງື່ມ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຢ້ຽມຢາມໂຄງການປູກເຂົ້າຂອງບໍລິສັດ ໂຊກໄຊຊະນະ ການກະເສດ ຢູ່ບ້ານ ໂຄກສາ ເມືອງ ປາກງື່ມ ນວ.

ທ່ານ ຈັນລະຄອນ ວົງສະຜ່າຍ ປະທານບໍລິສັດ ໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຮູ້ວ່າ ບໍລິສັດສ້າງຕັ້ງຂື້ນໃນປີ 2020 ເຊີ່ງໄດ້ດໍາເນີນທຸລະກິດກ່ຽວກັບ ການປູກເຂົ້າສົ່ງອອກເພື່ອຂາຍ ຮັບອົບເຂົ້າ ສີເຂົ້າ ປູກໄຜ່ກີມຊຸມ ແລະ ອື່ນໆ ສໍາລັບໂຄງການປູກເຂົ້າເບື້ອງຕົ້ນມີເນື້ອທີ່ 45 ເຮັກຕາ ກວມເອົາເຂດບ້ານ ນາຝາຍ ສ້າງໄສ ນາເລີດ ແລະ ບ້ານ ໂຄກສາ ເມືອງ ປາກງື່ມ ນວ ເຊິ່ງໄດ້ປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ ພ້ອມທັງນໍາໃຊ້ກົນຈັກທັນສະໄໝເຂົ້າໃນການຜະລິດ ແລະ ນໍາໃຊ້ແນວພັນພາຍໃນປະເທດ ໂດຍສະເພາະນໍາໃຊ້ແນວພັນເຂົ້າຈາກສູນແນວພັນເຂົ້ານາພອກ ປັດຈຸບັນໄດ້ເພີ່ມເນື້ອທີ່ປູກເຂົ້າມີທັງໝົດ 200 ເຮັກຕາ ໃນນີ້ກໍາລັງ ບຸກເບີກ 100 ເຮັກຕາ ປີ 2023 ຄາດຄະເນຜົນຜະລິດ 1 ໄລ່ຕໍ່ 600 ກວ່າກິໂລ ນອກຈາກປູກເຂົ້າ ຍັງຮັບຊື້ເຂົ້າຈາກປະຊາຊົນບ້ານອ້ອມຂ້າງຈໍານວນໜຶ່ງ ສໍາລັບຜົນຜະລິດມີຕະຫຼາດຮອງຮັບຢູ່ພາຍໃນ ນວ ມີແຜນສົ່ງອອກໄປຕ່າງປະເທດຕື່ມອີກ.

ໂອກາດນີ້ ທ່ານ ຮອງເຈົ້າຄອງ ນວ ໄດ້ສະແດງຄວາມຊົມເຊີຍຕໍ່ທາງບໍລິ ສັດ ທີ່ໄດ້ເອົາໃຈໃສ່ພັດທະນາກິດຈະການໃຫ້ມີຄວາມຄືບໜ້າ ແລະ ນໍາໃຊ້ກົນຈັກທັນສະໄໝເຂົ້າໃນການຜະລິດ ເພື່ອຫຼຸດຜ່ອນແຮງງານຄົນ ພ້ອມນີ້ ຍັງໄດ້ແນະນໍາໃຫ້ບໍລິສັດ ຊື້ປາມາປ່ອຍໃນນາເຂົ້າ ແລະ ປູກພືດຜັກໝຸນວຽນ ເພື່ອນໍາໃຊ້ເນື້ອທີ່ໃຫ້ເກີດຜົນປະໂຫຍດສູງສຸດ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ໂຄງການປູກເຂົ້າໃຫ້ມີຄຸນນະພາບສູງຂຶ້ນ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments