Tuesday, October 1, 2024
Homeຂ່າວດ່ວນ" ລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ ມອບນໍ້າດື່ມໃຫ້ ປກສ ແຂວງຄຳມ່ວນ "

” ລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ ມອບນໍ້າດື່ມໃຫ້ ປກສ ແຂວງຄຳມ່ວນ “

ໃນອາທິດທີ່ຜ່ານມາ, ລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ ໄດ້ນໍາເອົານໍ້າດື່ມ ຈຳນວນ 100 ແກັດ ລວມມູນຄ່າ 2.200.000 ກີບ ມອບໃຫ້ ກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອນຳໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພທໍາມະຊາດ (ນໍ້າຖ້ວມ) ຢູ່ບັນດາເມືອງ ຂອງແຂວງຄໍາມ່ວນ ເພື່ອເປັນການແບ່ງເບົາ ແລະ ເປັນກຳລັງໃຈແກ່ຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ຜ່ານວິກິດນີ້ໄປດ້ວຍດີ.

ກ່າວມອບໂດຍ ພັທ ສາຍເງິນ ອິນທະວົງ ຫົວໜ້າລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ ແລະ ກ່າວຮັບໂດຍ ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ໂດຍມີຄະນະຫ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ໃນໂອກາດນີ້, ພັອ ຄໍາສິງ ນົນທະສອນ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ສະແດງຄວາມຂອບໃຈຕໍ່ ລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ ທີ່ເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນຂອງພໍ່-ແມ່ປະຊາຊົນ ໃນການດຳລົງຊິວິດໃນສະພາບການດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments