Wednesday, October 2, 2024
Homeຂ່າວພາຍໃນກົມປະກັນສັງຄົມ ກະຊວງປ້ອງກັນປະເທດ ເຜີຍແຜ່ນິຕິກໍາ ວຽກງານປະກັນສຸຂະພາບ ຕາມລະບົບປະກັນສັງຄົມກອງທັບ ສະບັບປັບປຸງໃໝ່ ໃຫ້ບັນດາໂຮງໝໍທະຫານແຂວງ ເຂດພາກກາງ ທີ່ກອງບັນຊາການທະຫານແຂວງ ສະຫວັນນະເຂດ.

ກົມປະກັນສັງຄົມ ກະຊວງປ້ອງກັນປະເທດ ເຜີຍແຜ່ນິຕິກໍາ ວຽກງານປະກັນສຸຂະພາບ ຕາມລະບົບປະກັນສັງຄົມກອງທັບ ສະບັບປັບປຸງໃໝ່ ໃຫ້ບັນດາໂຮງໝໍທະຫານແຂວງ ເຂດພາກກາງ ທີ່ກອງບັນຊາການທະຫານແຂວງ ສະຫວັນນະເຂດ.

………………………………………….

ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ທີ່ໄດ້ມີທິດ ຫັນປ່ຽນການຄຸ້ມຄອງເງິນກອງທຶນປະກັນສຸຂະພາບ ຈາກພະແນກ-ຂະແໜງຄຸ້ມຄອງກອງທຶນ ປະກັນສຸຂະພາບ ມາໃຫ້ພະແນກ-ຂະແໜງປະກັນສັງຄົມ ທີ່ມີໂຮງໝໍຂື້ນກັບເປັນຜູ້ຄຸ້ມຄອງ

ດັ່ງນັ້ນທາງກົມປະກັນສັງຄົມ ກະຊວງປ້ອງກັນປະເທດຈຶ່ງໄດ້ເຄື່ອນໄຫວຈັດຕັ້ງເຜີຍແຜ່ນິຕິກໍາ ວຽກງານປະກັນສຸຂະພາບ ຕາມລະບົບປະກັນສັງຄົມກອງທັບ ສະບັບປັບປຸງໃໝ່ ປີ2023 ໃຫ້ບັນດາໂຮງໝໍທະຫານແຂວງ ເຂດພາກກາງ ຂອງກົມປະກັນສັງຄົມ ກະຊວງປ້ອງກັນປະເທດ ເພື່ອຄວາມເປັນເອກກະພາບ ແລະ ຄວາມຖືກຕ້ອງ,ສອດຄ່ອງໃນການຈັດຕັ້ງປະຕິບັດ ໃນວັນທີ15ສິງຫາ 2O23 ນີ້ ທີ່ຫ້ອງປະຊຸມຊັ້ນສອງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໂດຍການເປັນປະທານຂອງສະຫາຍ ພັນເອກ ກິແກ້ວ ພົມມະສິງ ຮອງຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ມີ ສະຫາຍ ພັນເອກ ຄໍາຜົງ ພັດທະນາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ. ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ,ໂຮງໝໍທະຫານແຂວງ, ໂຮງໝໍບໍລິເວນ109 ກອງພົນທະຫານຮາບທີ 4 ແລະ ໂຮງໝໍທະຫານແຂວງຄໍາມ່ວນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ພູສະຫວັນ ແພງພົງ ຫົວໜ້າພະແນກປະກັນສຸຂະພາບ ກົມປະກັນສັງຄົມ ແລະ ສະຫາຍ ພັນຕີ ນາງ ສິນທະລັກ ຈັນທະວົງ ຮອງຫົວໜ້າພະແນກກວດກາ-ອົບຮົມ ກົມໃຫຍ່ການເມືອງກອງທັບ ກໍ່ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ ຄໍາແນະນໍາ ,ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ ສະບັບປັບປຸງໃໝ່ ເລກທີ3097/ກປທ ລົງວັນທີ30/5(ພຶດສະພາ)/2023 ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 2662/ກມທ ລົງວັນທີ31/5/2023 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກການ-ຂະແໜງການປະກັນສຸຂະພາບ ຢູ່ບັນດາໂຮງໝໍປະກັນຕົນຂອງກອງທັບ ເຊິ່ງມີເນື້ອໃນລະອຽດຄື:ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງຕ້ອງເປັນເຈົ້າການ ຊີ້ນໍາ ພະແນກ-ຂະແໜງ ປະກັນສັງຄົມ ແລະ ພະແນກ-ຂະແໜງຄຸ້ມຄອງກອງທຶນປະກັນສຸຂະພາບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບປັບປຸງຈໍານວນ 4 ມາດຕາ ທີ່ເວົ້າເຖິງ ການແບ່ງລະດັບຂັ້ນໂຮງໝໍ ຄື : ໂຮງໝໍລົງເລິກຂະແໜງ ຫຼື ໂຮງໝໍສະເພາະທາງ , ໜ້າທີ່ຂອງກົມເສນາຮັກ,ໜ້າທີ່ຂອງພະແນກ-ຂະແໜງ ປະກັນສຸຂະພາບ ແລະ ໜ້າທີ່ຂອງໂຮງໝໍ ອໍານວຍການ,ຄະນະບັນຊາຂອງໂຮງໝໍ ໃນການປະສານສົມທົບກັບບັນດາໂຮງໝໍອື່ນ ເພື່ອແກ້ໄຂບາງກໍລະນີ ຊ່ວຍພະແນກ-ຂະແໜງປະກັນສຸຂະພາບ,ນອກຈາກນັ້ນຍັງມີການເຜີຍແຜ່ເພີ່ມເຕີມຢ່່າງລະອຽດ ເນື້ອໃນບາງຂໍ້ທີ່ມີການກ່ຽວພັນປີກຍ່ອຍໃນແຕ່ລະມາດຕາຕື່ມອີກ.

ຕອນທ້າຍພິທີສະຫາຍ ພັນເອກ ກິແກ້ວ ພົມມະສິງ ຮອງຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກພາກສ່ວນ ທີ່ເຂົ້າຮ່ວມຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງທີ່ກະຊວງປ້ອງກັນປະເທດວາງອອກໃຫ້ຖືກຕ້ອງ ພາຍໃນຕົ້ນປີ 2024 ແມ່ນໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດ.

ກວດແກ້ໂດຍບັນນາທິການກອງບັນຊາການທະຫານແຂວງ: ພານິດ ພິລາວົງ

ພາບ-ຂ່າວ: ວິລະພົງ ເທບໂພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments