Wednesday, October 2, 2024
Homeຂ່າວຕ່າງປະເທດGDP ຍີ່ປຸ່ນ ໃນໄຕມາດທີ 2 ຂະຫຍາຍຕົວເກີນຄາດໝາຍ

GDP ຍີ່ປຸ່ນ ໃນໄຕມາດທີ 2 ຂະຫຍາຍຕົວເກີນຄາດໝາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ເປີດເຜີຍວ່າ: ການສົ່ງອອກ ແລະ ການທ່ອງທ່ຽວຂອງປະເທດກັບມາຟື້ນຕົວດີຂຶ້ນອີກຄັ້ງ ຫຼັງຈາກຢຸດສະງັກ ເນື່ອງຈາກ ການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງການສົ່ງອອກ ແລະ ການທ່ອງທ່ຽວມີສ່ວນສຳຄັນໃນການຊຸກຍູ້ໃຫ້ເສດຖະກິດຂອງຍີ່ປຸ່ນຂະຫຍາຍຕົວເກີນຄາດໝາຍໃນໄຕມາດທີ 2.

ໂດຍອີງຕາມຂໍ້ມູນເບື້ອງຕົ້ນຈາກລັດຖະບານຍີ່ປຸ່ນລະບຸວ່າ: ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 2 ຂະຫຍາຍຕົວ 1,5% ຈາກໄຕມາດທຳອິດຂອງປີນີ້ ແລະ ຄິດເປັນການຂະຫຍາຍຕົວໃນລະດັບ 6% ເມື່ອທຽບແບບລາຍປີ ຊຶ່ງສູງກວ່າທີ່ນັກວິເຄາະເຄີຍຄາດຄະເນໄວ້. ສະຖານະການທີ່ເກີດຂຶ້ນຖືວ່າເປັນການຂະຫຍາຍຕົວຂອງ GDP ຍີ່ປຸ່ນ ຊຶ່ງປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກ ແລະ ອັນດັບທີ 2 ຂອງອາຊີແບບຕໍ່ເນື່ອງ 3 ໄຕມາດຕິດຕໍ່ກັນ ຊຶ່ງບັນດາຜູ້ສັງເກດການຊີ້ໃຫ້ເຫັນວ່າ: ການຂະຫຍາຍຕົວຂອງ GDP ຍີ່ປຸ່ນ ມາຈາກການສົ່ງອອກທີ່ກັບມາແຂງແຮງ ໂດຍສະເພາະແມ່ນອຸດສາຫະກຳຍານພາຫະນະ ແລະ ອຸດສາຫະກຳການທ່ອງທ່ຽວທີ່ຟື້ນຕົວຢ່າງຕໍ່ເນື່ອງ ເຖິງແມ່ນວ່າສະຖິຕິນັກທ່ອງທ່ຽວຍັງໜ້ອຍກວ່າໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການໃຊ້ຈ່າຍຂອງນັກທ່ອງທ່ຽວເພີ່ມຂຶ້ນ.

ອີກຢ່າງໜຶ່ງ, ທະນານຄານກາງຍີ່ປຸ່ນໄດ້ຄາດຄະເນການຂະຫຍາຍຕົວ GDP ໄວ້ທີ່ 1,3% ສຳລັບສົກປີງົບປະມານປັດຈຸບັນ ຊຶ່ງຈະໝົດໃນວັນທີ 31 ມີນາ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments