Thursday, October 3, 2024
Homeຂ່າວພາຍໃນສນຊ ຈັດກອງປະຊຸມວິຊາການຜ່ານຮ່າງບົດສຳມະນາວິທະຍາສາດ "ແນວຄິດ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ"

ສນຊ ຈັດກອງປະຊຸມວິຊາການຜ່ານຮ່າງບົດສຳມະນາວິທະຍາສາດ “ແນວຄິດ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ”

ໃນວັນທີ 15 ສິງຫາ 2023 ທີ່ສູນເຝິກອົບຮົມ ສູນກາງແນວລາວສ້າງຊາດ ສນຊ ເພື່ອເປັນການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບ ຮອບ 100 ປີ (8 ກຸມພາ 1924 – 8 ກຸມພາ 2024 ) ສຸນກາງແນວລາວສ້າງຊາດໄດ້ຈັດກອງປະຊຸມວິຊາການຜ່ານຮ່າງບົດສຳມະນາວິທະຍາສາດ “ແນວຄິດ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ” ໂດຍການເປັນປະທານ ຂອງສະຫາຍ ເຍ່ຍເກີຢ່າ ໜໍ່ຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີບັນດາສະຫາຍຫົວໜ້າກົມ ຮອງຫົວໜ້າກົມ ຫ້ອງການສູນເຝິກອົບຮົມ ສນຊ ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ກອງເລຂາປະຈຳສູນກາງແນວລາວສ້າງຊາດ ເຂົ້າຮ່ວມ. ກອງປະຊຸມໄດ້ຜ່ານຮ່າງບົດສຳມະນາວິທະຍາສາດ “ແນວຄິດ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ” ຫຼັງຈາກນີ້ ບັນດາສະຫາຍຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງພາວະວິໄສຕໍ່ຮ່າງບົດສຳມະນາດັ່ງກ່າວໃຫ້ມີເນື້ອໃນອຸດົມສົມບຸນ.

ສະຫາຍຮອງປະທານ ສນຊ ມີຄຳເຫັນຊີ້ນຳເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບທີ່ໄດ້ຫ່າງຫາກະກຽມບົດໂດຍພື້ນຖານ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການກະກຽມບົດ ແລະ ໄດ້ເນັ້ນໃຫ້ບັນດາສະຫາຍຜູ້ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບົດສຳມະນາວິທະຍາສາດເພື່ອເຮັດໃຫ້ມີຄວາມສົນບູນ ໄດ້ເນື້ອໃນຄວາມໝາຍຄົບ ແລະ ສະແດງໃຫ້ເຫັນເຖິງແນວຄິດ ຂອງປະທານ ຄຳໄຕ ສີພັນດອນ ມີຕໍ່ວຽກງານແນວໂຮມ ແລະ ວຽກງານມະຫາຊົນໃນແຕ່ລະໄລຍະ.#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments