Thursday, October 3, 2024
Homeຂ່າວດ່ວນມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ພິທີມອບເຄື່ອງຊ່ວຍເຫຼືອ ຈັດຂຶ້ນວັນທີ 15 ສິງຫາ 2023 ທີ່ອົງການກາແດງລາວ ຕາງໜ້າມອບໂດຍທ່ານນາງ ປ່າເຢັ້ງ ຊາລໍ່ ເຈົ້າຂອງວິສາຫະກິດປ່າເຢັ້ງຊາ ໂຊໂຊເອັນເທີໄພ້ຣສ໌ ທ່ານ ກ່າວຮັບໂດຍ ທ່ານ ສິງ ເມໂນລາດ ຮອງປະທານອົງການກາ ແດງແຫ່ງຊາດລາວ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນໄລຍະທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫານີ້ໄດ້ມີຝົນຕົກໜັກສົ່ງຜົນໃຫ້ເກີດມີນໍ້າຖ້ວມຫຼາຍແຂວງໃນຂອບເຂດທົ່ວປະເທດໂດຍສະເພາະແຂວງບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນ ສະນັ້ນຫຼາຍພາກສ່ວນໃນສັງ ຄົມຈຶ່ງໄດ້ປະກອບ ສ່ວນຊ່ວຍເຫຼືອຜູ້ປະສົບໄພດັ່ງກ່າວ ໃນນີ້ ທ່ານນາງ ຈັນໂສ ຈິດຕະວົງ ຮ້ານເພັດພະໄທ ຈິວເວີລີ້ ແລະ ວິສາຫະກິດປ່າເຢັ້ງຊາ ໂຊໂຊເອັນເທີໄພ້ຣສ໌ ກໍໄດ້ປະກອບສ່ວນໝີ່ແກັດໃຫຍ່ 15 ແກັດ ໝີ່ແກັດນ້ອຍ 10 ແກັດ ປາກະປ໋ອງ 4 ແກັດ ເຂົ້າສານ 3 ເປົາ ມູນຄ່າທັງໝົດ 12 ລ້ານກວ່າກີບ. ນອກນີ້ ເມື່ອບໍ່ດົນມານີ້ບໍລິສັດມິນິໂຊລາວການຄ້າ ຈຳກັດຜູ້ດຽວຍັງໄດ້ມອບເຄື່ອງນຸ່ງຫົ່ມໃຫ້ອົງການກາແດງແຫ່ງຊາດລາວ ມູນຄ່າ 6 ລ້ານກີບ ເພື່ອນໍາໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

ໂອກາດນີ້ທ່ານ ສິງ ເມໂນລາດ ໄດ້ກ່າວສະແດງຄວາມຂອບໃຈ ຮູ້ບຸນຄຸນ ແລະ ຊົມເຊີຍ ທີ່ໄດ້ມີຈິດໃຈມະນຸດສະທໍາ ເອື້ອເພື້ອເຜື່ອແຜ່ໃຫ້ການຊ່ວຍເຫຼືອຕໍ່ບັນດາຜູ້ປະສົບອຸທົກກະໄພ ເຄື່ອງຊ່ວຍ ເຫຼືອຄັ້ງນີ້ຈະນຳໄປແຈກຢາຍໃຫ້ປະຊາ ຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງບໍລິຄຳໄຊ ຄຳມ່ວນ ແລະ ສະຫວັນນະເຂດ ການຊ່ວຍເຫຼືອດັ່ງກ່າວເປັນການປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ປະສົບໄພທໍາມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments