Sunday, September 22, 2024
Homeຂ່າວພາຍໃນແຂວງໄຊສົມບູນ ຈັດກອງປະຊຸມຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6...

ແຂວງໄຊສົມບູນ ຈັດກອງປະຊຸມຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023

ກອງປະຊຸມຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົຕ ວົງສອນ ອິນປານພີມ ຮອງເລຂາພັກແຂວງ, ມີຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້້າເມືອງ 5 ເມືອງ, ພະແນກການ, ອົງການ ກົມກອງ ອ້ອມຂ້າງແຂວງ ແລະ ບັນດາບໍລິສັດ ທີ່ມາລົງທຶນຢູ່ແຂວງໄຊສົມບູນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ວົງສອນ ອິນປານພີມ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຊຶ່ງກອງປະຊຸມໃນຄັ້ງນີ້ ກໍເພື່ອສະຫຼຸບຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງໄຊສົມບູນ ໃນໄລຍະຜ່ານມາ ພ້ອມນີ້ ຍັງຈະໄດ້ຮັບຟັງລາຍງານສະຫຼຸບວຽກງານການຈັດຕັ້ງປະຕິບັດໂຄງການລົງທຶນເປັນຕົ້ນ ໂຄງການລົງທຶນດ້ານກະສິກຳແລະປ່າໄມ້, ດ້ານການທ່ອງທ່ຽວ, ດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່, ດ້ານການບໍລິການເຊື່ອມຈອດ-ເຊື່ອມໂຍງ ທີ່ໄດ້ອະນຸຍາດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ເຊັນສັນຍາສຳປະທານໄປແລ້ວ ລະຫວ່າງບໍລິສັດລົງທຶນ ແລະ ອົງການປົກຄອງແຂວງ ເພື່ອທົບທວນຕີລາຄາຄືນ, ຖອດຖອນບົດຮຽນ ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການຄຸ້ມຄອງບັນດາໂຄງການ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໂຄງການ ກໍຄືການປະຕິບັດພັນທະຕ່າງໆ ຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ເນື້ອໃນສັນຍາສຳປະທານ.

ຈາກນັ້ນ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຕະຫຼອດໄລຍະທີ່ຜ່ານມາໄດ້ມີຜົົນສຳເລັດວຽກງານຫຼາຍດ້ານ ເປັນຕົ້ນ ໄດ້ອະນຸມັດ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ເຊັນສັນຍາສໍາປະທານພັດທະນາໂຄງການ ທັງໝົດ 11 ໂຄງການ, ມູນຄ່າການລົງທຶນ 180 ຕື້ກີບກວ່າ ແລະ ຈຳນວນ 20 ລ້ານກວ່າໂດລາສະຫະລັດໃນນັ້ນປະກອບມີ: ການລົງທຶນດ້ານກະສິກໍາ, ໂຄງການຂຸດຄົ້ນແຮ່ທາດໂລຫະ ແລະ ອະໂລຫະ ແລະ ໂຄງການຊອກຄົ້ນສຳຫຼວດແຮ່ທາດ ມາຮອດປັດຈຸບັນ ທົ່ວແຂວງ ມີໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 100 ກວ່າໂຄງການ ພ້ອມນີ້ ກໍໄດ້ລົງຕິດຕາມ, ກວດການ ແລະ ຊຸກຍູ້ບັນດາໂຄງການລົງທຶນສຳປະທານດ້ານແຮ່ທາດ ໃນນັ້ນ ໂຄງການພູຄຳ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ໄດ້ສົ່ງອອກແຮ່ທອງເຂັ້ມຂຸ້ນອອກຈຳໜ່າຍ 114 ລ້ານກວ່າກິໂລກຼາມ, ໂຄງການຮ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນີ້ງ ຈຳກັດ ຜະລິດແຮ່ໂລຫະປະສົມຄຳ-ເງິນ ໄດ້ 500 ກວ່າແທ່ງ, ສົ່ງອອກ 9 ຄັ້ງ, ລວມນໍ້າໜັກ 6 ລ້ານກວ່າກຼາມ, ລວມມູນຄ່າ 70.000.000 ກວ່າໂດລາສະຫະລັດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂົນສົ່ງອອກ ທັງໝົດ 2 ລ້ານກວ່າໂຕນ ພ້ອມນີ້ ຍັງໄດ້ມອບພັນທະທາງດ້ານການເງິນຕາມສັນຍາຂອງບັນດາໂຄງການ ທີ່ແຂວງອະນຸມັດ ຄຸ້ມຄອງ ແລະ ບ້ວງພັດທະນາທ້ອງຖິ່ນຕື່ມອີກ ສ່ວນວຍກງານດ້ານອື່ນໆກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ຈາກນັ້ນ ໄດ້ຮັບຟັງການເຜີຍແຜ່ພະລິດຕະພັນ ແລະ ການບໍລິການທີ່ທັນສະໄໝໃຫ້ບໍລິສັດຕ່າງໆ ຢູ່ແຂວງຈາກທະນາຄານພັດທະນາລາວ ເພື່ອໃຫ້ການເຮັດທຸລະກຳທາງການເງິນ ມີຄວາມສະດວກ ແລະ ວ່ອງໄວຂຶ້ນ ພ້ອມນີ້ ບັນດາພະແນກການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດ ກໍໄດ້ຂຶ້ນປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງເພື່ອໃຫ້ບັນຫາຕ່າງໆທີ່ຍັງຄ້າງຄາ ໃຫ້ສາມາດແກ້ໄຂໄດ້, ເຮັດໃຫ້ການປະຕິບັດວຽກງານລົງທຶນ ມີຄວາມສະດວກ, ໂຄງການມີຜົນສຳເລັດ ແລະ ໄດ້ຮັບປະໂຫຍດສູງສຸດ ຕາມຈຸດປະສົງທີ່ວາງໄວ້.

#media laos

#xaysomboun ພາບ-ຂ່າວ: ພຸດທະສອນ ເວດສະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments