Sunday, September 22, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ເປີດເຜີຍ ຈີດີພີ ເພີ່ມຂຶ້ນ 6%

ຍີ່ປຸ່ນ ເປີດເຜີຍ ຈີດີພີ ເພີ່ມຂຶ້ນ 6%

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 15 ສິງຫາ, ລັດຖະບານ ຍີ່ປຸ່ນ ເປີດເຜີຍວ່າ: ເສດຖະກິດ ປະເທດນີ້ ໄດ້ຂະຫຍາຍຕົວ ໃນໄຕມາດສອງ ທີ່ຜ່ານມາ. ລາຍງານຈາກ ສຳນັກງານ ຄະນະລັດຖະມົນຕີ ຍີ່ປຸ່ນ ລະບຸວ່າ: ເສດຖະກິດ ຍີ່ປຸ່ນ ໃນໄລຍະເດືອນເມສາ-ເດືອນມິຖຸນາ ຂະຫຍາຍຕົວ 6% ຕໍ່ປີ. ໂດຍຕົວເລກເບື້ອງຕົ້ນ ຈາກລັດຖະບານຍີ່ປຸ່ນ ລະບຸວ່າ: ລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ) ທີ່ແທ້ຈິງ ຊຶ່ງເປັນ ມູນຄ່າ ຂອງ ສິນຄ້າ ແລະ ການບໍລິການ ທີ່ ຜະລິດ ພາຍໃນຍີ່ປຸ່ນ ເມື່ອປັບຕາມ ອັດຕາເງິນເຟີ້ ໄລຍະດັ່ງກ່າວ ປັບເພີ່ມ 1,5% ຈາກ ໄຕມາດ ກ່ອນໜ້ານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments