Sunday, September 22, 2024
Homeຂ່າວຕ່າງປະເທດເຢຍລະມັນ-ອູແກຣນ ຊຸກຍູ້ຮ່ວມມືດ້ານເສດຖະກິດ

ເຢຍລະມັນ-ອູແກຣນ ຊຸກຍູ້ຮ່ວມມືດ້ານເສດຖະກິດ

ສຳນັກຂ່າວສານ ຫວຽດນາມ, ວັນທີ 14 ສິງຫາ, ທ່ານ ເຊີຮິບ ມາຣເຈນໂກ ລັດຖະມົນຕີ ກະຊວງການເງິນ ອູແກຣນ ແລະ ຄູ່ຮ່ວມຕຳແໜ່ງ ເຢຍລະມັນ ທ່ານ ຄິຣສະຈຽນ ລາຍເນີ ໃນລະວ່າງ ຢ້ຽມຢາມ ປະເທດນີ້ ໄດ້ລົງນາມ ຖະແຫລງການຮ່ວມ ເພື່ອເພີ່ມທະວີຮ່ວມມື ໃນຂົງເຂດເສດຖະກິດ ລະຫວ່າງ ສອງປະເທດ.

ໂດຍໜ່ວຍງານ ສື່ມວນຊົນ ຂອງ ລັດຖະບານ ອູແກຣນ ໃຫ້ຮູ້ວ່າ: ຂໍ້ຕົກລົງ ດັ່ງກ່າວ ເພື່ອແນໃສ່  ເພີ່ມທະວີ ການພົວພັນ ຄູ່ຮ່ວມມື ລະຫວ່າງ ສອງປະເທດ ກ່ຽວກັບ ນະໂຍບາຍ ພາສີ, ການຕິດຕາມ ກວດກາ ບັນດາຕະຫລາດ ການເງິນ, ຄຸ້ມຄອງ ການລົງທຶນ ພາກລັດ ແລະ ການເພີ່ມ ປະສິດທິພາບ ບັນດາ ວິສາຫະກິດ ຂອງລັດ.

ທ່ານ ເຊີຮິບ ມາຣເຈນໂກ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍ ຊຸກຍູ້ ໃຫ້ອູແກຣນ ເຂົ້າເປັນ ສະມາຊິກ ຂອງສະຫະພາບ ເອີຣົບ (EU) ໄວຂຶ້ນ . ໃນຂະນະດຽວກັນ, ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ ນັບແຕ່ ເດືອນ ກຸມພາປີ 2022 ຜ່ານມາ, ເຢຍລະມັນ ແມ່ນໜຶ່ງ ໃນບັນດາ ຜູ້ສະໜັບ ສະໜູນ ຂະໜາດໃຫຍ່ສຸດ ຂອງ ອູແກຣນ , ໂດຍໃຫ້ການສະໜອງບ້ວງເງິນ 1,55 ຕື້ເອີໂຣ (1,7 ຕື້ໂດລາ ສະຫະລັດ). ນອກນັ້ນ  ທ່ານ ຄິຣສະຈຽນ ລາຍເນີ ຍັງໃຫ້ຄຳໜັ້ນສັນຍາວ່າ ຈະສືບຕໍ່ຊ່ວຍເຫລືອອຸແກຣນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments