Monday, September 23, 2024
Homeຂ່າວໜ້າໜຶ່ງກອງປະຊຸມກວດກາຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວ

ກອງປະຊຸມກວດກາຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວ

ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ວ່າດ້ວຍ ການ ທ່ອງທ່ຽວ ສະບັບປັບປຸງ ຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ 2023 ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວ ສະບັບປັບປຸງ ພ້ອມທັງຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ບັນດາພາກ, ໝວດ, ມາດຕາ ແລະ ເນື້ອໃນ ທີ່ໄດ້ເພີ່ມເຂົ້າໃໝ່ຢູ່ໃນກົດໝາຍສະບັບດັ່ງກ່າວ ໃຫ້ມີຄວາມຮັດກຸມ, ເຂົ້າໃຈງ່າຍ ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ຊຶ່ງກົດໝາຍວ່າດ້ວຍ ການທ່ອງທ່ຽວ ສະບັບປັບປຸງນີ້ ປະກອບມີ 12 ພາກ, 26 ໝວດ, 147 ມາດຕາ, ສ່ວນສະບັບເກົ່າມີ 12 ພາກ, 6 ໝວດ 44 ມາດຕາ.

ກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານທ່ອງທ່ຽວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄຸນນະພາບ, ປະສິດທິພາບ, ມີຄວາມສະຫງົບ, ປອດໄພ, ເປັນລະບຽບຮຽບຮ້ອຍ, ປົກປ້ອງສິດຜົນປະໂຫຍດ ຂອງບຸກຄົນ ແລະ ການຈັດຕັ້ງ, ຮັບປະກັນປົກປັກຮັກສາ ຊັບພະຍາກອນທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃຫ້ຄົງຄຸນຄ່າ, ຂະຫຍາຍຕົວ ແລະ ໄດ້ມາດຕະຖານ ແນໃສ່ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ທາງດ້ານທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ດຶງດູດການທ່ອງທ່ຽວ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ກະຕຸ້ນການຜະລິດສິນຄ້າພາຍໃນ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ກະຈາຍລາຍໄດ້ສູ່ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ.

ຂ່າວ-ພາບ: ໄຊຍະສິດ ບັນຍາວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments