Wednesday, September 25, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ຈຳກັດການລົງທຶນຕໍ່ເຕັກໂນໂລຊີຂັ້ນສູງຢູ່ ສປ ຈີນ

ສ.ອາເມລິກາ ຈຳກັດການລົງທຶນຕໍ່ເຕັກໂນໂລຊີຂັ້ນສູງຢູ່ ສປ ຈີນ

ຕາມ​ຂ່າວ​ຈາກວີ​ໂອ​ເອ, ທ່ານໂຈ ໄບເດັນ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ໄດ້ເຊັນດຳ​ລັດ​ ປະ​ທານ​ທິ​ບໍ​ດີ ​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອກໍານົດກົດ ຂໍ້ບັງຄັບ ກ່ຽວກັບ ການລົງທຶນ ຂອງ ສ.ອາ​ເມ​ລິ​ກາ ໃນບາງໂຮງງານ ທີ່ມີເຕົກໂນໂລຊີ​ ຂັ້ນສູງ ຢູ່ ສປ ຈີນ.ຂໍ້ຈໍາກັດໃໝ່ນີ້ ຈະຈໍາກັດ ການລົງທຶນ ຂອງບັນດາ ນັກທຸລະກິດ ຂອງ ສ.ອາ​ເມ​ລິ​ກາ ​ໃນນພາກສ່ວນ ທີ່ມີເຕັກ​ໂນ​ໂລ​ຊີ ຢູ່ໃນ ສປ ຈີນ ເຊັ່ນ: ໜ່ວຍພະລັງງານ, ຄອມພິວເຕີ້, ປັນຍາປະດິດ ແລະ ເຊມີຄອນດັກເຕີ້ ທີ່ທັນສະໄໝ.ຂະນະ​ທີ່ ການລົງທຶນ ບາງອັນ ໃນພາກສ່ວນຕ່າງໆ ເຫລົ່ານັ້ນ ຈະຕ້ອງມີ ການແຈ້ງໃຫ້ ລັດຖະບານ ສ.ອາ​ເມ​ລິ​ກາ ຮັບຮູ້. ແຕ່ໃນກໍລະນີ ອື່ນໆ ຈະຕ້ອງ ຖືກຫ້າມ, ແຕ່ຍັງບໍ່ມີ ລາຍລະອຽດຈະ ແຈ້ງແນວໃດ ອອກມາ ໃນທັນທີ. ມັນຈະມີຜົນຕໍ່ ການລົງທຶນໃໝ່ ເທົ່ານັ້ນ ແລະ ມີຜົນບັງຄັບໃຊ້ ໃນປີໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments