Wednesday, September 25, 2024
Homeຂ່າວຕ່າງປະເທດຈີນພວມສຸມຄວາມພະຍາຍາມເພື່ອພັດທະນາແບບສີຂຽວກາກບອນຕ່ຳໝູນວຽນ

ຈີນພວມສຸມຄວາມພະຍາຍາມເພື່ອພັດທະນາແບບສີຂຽວກາກບອນຕ່ຳໝູນວຽນ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 15 ສິງຫາ 2023 ແມ່ນ “ວັນນິເວດແຫ່ງຊາດ” ຄັ້ງທຳອິດຂອງຈີນ. ຍັງຈື່ໄດ້ວ່າ, ເມື່ອເດືອນກັນຍາ ປີ 2020, ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຊຸດທີ 75, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ປະກາດຕໍ່ທົ່ວໂລກວ່າ: ຈີນຈະນຳໃຊ້ນະໂຍບາຍ ແລະມາດຕະການທີ່ ເຂັ້ມແຂງກວ່າເກົ່າ, ພະຍາຍາມສູ້ຊົນເຮັດໃຫ້ການລະບາຍກາກບອນ ດີອົກຊິດຂຶ້ນສູ່ລະດັບສູງສຸດກ່ອນປີ 2030, ພະຍາຍາມສູ້ຊົນໃຫ້ບັນລຸ ການປອດການລະບາຍກາກບອນດີອົກຊິດກ່ອນປີ 2060.

ຈີນໄດ້ໃຫ້ຄຳໝັ້ນສັນຍາຄືແນວໃດ, ກໍໄດ້ປະຕິບັດຕາມຄຳໝັ້ນສັນຍາ ຢ່າງເອົາຈິງເອົາຈັງ. ຢູ່ຕາມຕະຫລອດສາຍແມ່ນ້ຳຢາງຊີກຽງ, ເຂື່ອນໄຟຟ້າ ແບບຂັ້ນໄດຂະໜາດໃຫຍ່ 6 ແຫ່ງໄດ້ປະກອບເປັນແລວພະລັງງານສະອາດ ໃຫຍ່ທີ່ສຸດຢູ່ໃນໂລກ; ຈີນໄດ້ສະໜອງອຸປະກອນຜະລິດໄຟຟ້າດ້ວຍພະລັງ ງານລົມ 50% ແລະ ອຸປະກອນຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ 80% ໃຫ້ກັບທົ່ວໂລກ; ປະລິມານການຜະລິດ ແລະຈຳໜ່າຍລົດພະລັງງານ ໃໝ່ກາຍເປັນອັນດັບທີ 1 ຢູ່ໃນໂລກເປັນ 8 ປີຕິດຕໍ່ກັນ, ລົດພະລັງງານໃໝ່ ຫລາຍກວ່າເຄິ່ງໜຶ່ງຂອງໂລກແມ່ນແລ່ນຢູ່ຈີນ.

ຈີນບໍ່ໄດ້ຕີລາຄາຕາມ GDP ແບບງ່າຍດາຍ, ແຕ່ໄດ້ປັບປຸງໂຄງປະກອບ ອຸດສາຫະກຳ ແລະໂຄງປະກອບພະລັງງານໃຫ້ດີຂຶ້ນ, ຜັນຂະຫຍາຍ ແລະ ນຳໃຊ້ເຕັກໂນໂລຊີປະຢັດພະລັງງານ ແລະຫລຸດຜ່ອນການລະບາຍກາກ ບອນດີອົກຊິດ, ພັດທະນາອຸດສາຫະກຳແບບສີຂຽວ ແລະກາກບອນຕ່ຳ, ສົ່ງເສີມຮູບການດຳລົງຊີວິດແບບສີຂຽວ ແລະກາກບອນຕ່ຳ. ການປະຕິຮູບ ອັນເລິກເຊິ່ງຂອງແນວຄິດການພັດທະນາ, ຊຸກຍູ້ໃຫ້ຈີນເຂົ້າສູ່ໄລຍະການ ເລັ່ງພັດທະນາດ້ວຍຄຸນນະພາບສູງຕາມທິດສີຂຽວ ແລະກາກບອນຕ່ຳ.

ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນໄດ້ຊ່ວຍເຫລືອ ປະເທດພວມພັດທະນາໃນການພັດທະນາຕາມທິດສີຂຽວມາໂດຍຕະ ຫລອດ. ຢູ່ປະເທດເຄັນຢາ, ວິສາຫະກິດຈີນໄດ້ຮັບເໝົາກໍ່ສ້າງໂຮງໄຟຟ້າ ພະລັງງານແສງຕາເວັນຂະໜາດໃຫຍ່ທີ່ສຸດຢູ່ອາຟຣິກາຕາເວັນອອກ, ບໍ່ໄດ້ລະບາຍອາຍພິດເຮືອນແກ້ວ ທັງໄດ້ຫລຸດຜ່ອນບັນຫາຂາດແຄນ ໄຟຟ້າຂອງເຄັນຢາ; ນາຂັ້ນໄດແບບປະຢັດນ້ຳຂອງຈີນ ໄດ້ຜັນຂະຫຍາຍ ໄປເອຢິບ; “ກຳແພງສີຂຽວ” ຂອງອາຟຣິກາ ໄດ້ຮັບການສະໜັບສະໜູນ ຈາກເຕັກໂນໂລຊີຂອງຈີນ, ໄດ້ສະກັດກັ້ນທະເລຊາຍຊາຮາຣາ ຂະຫຍາຍ ກວ້າງອອກ. ເຊິ່ງສະຕິປັນຍາ ແລະແຜນການຂອງຈີນໄດ້ເພີ່ມຄວາມ ໝັ້ນໃຈ ແລະແຮງຂັບເຄື່ອນໃຫ້ແກ່ການຄຸ້ມຄອງສິ່ງແວດລ້ອມນິເວດ ຂອງໂລກ.

ຈີນຍັງໄດ້ຈັດເອົາການຮ່ວມມືໃນຂົງເຂດຄວາມສິວິໄລດ້ານນິເວດ ເປັນເນື້ອໃນສຳຄັນຂອງການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ, ໄດ້ຈັດຂໍ້ລິເລີ່ມການເຄື່ອນໄຫວສີຂຽວຕ່າງໆ, ໂດຍນຳໃຊ້ມາດຕະການ ຕ່າງໆເຊັ່ນ: ການສ້າງພື້ນຖານໂຄງລ່າງສີຂຽວ, ພະລັງງານສີຂຽວ, ຄົມມະນາຄົມສີຂຽວ ແລະອື່ນໆ, ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ປະເທດຕ່າງໆ. ຈີນພວມພະຍາຍາມປະກອບສ່ວນຫລາຍກວ່າເກົ່າເຂົ້າໃນ ພາລະກິດພັດທະນາແບບສີຂຽວ ແລະກາກບອນຕ່ຳຂອງສັງຄົມມະນຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments