Thursday, September 26, 2024
Homeຂ່າວດ່ວນບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫລືອນໍ້າຖ້ວມ

ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫລືອນໍ້າຖ້ວມ

ໃນວັນທີ 14 ສິງຫາ 2023 ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ໄດ້ມອບເງິນ 200.000 ໂດລາສະຫະລັດ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ຢູ່ ສປປ ລາວ ເຊິ່ງມອບໂດຍ ທ່ານ ເລ ແທັງ ຕາວ ປະທານສະພາບໍລິຫານ ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ແລະ ຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບໍລິສັດຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ທີ່ໄດ້ມີຈິດໃຈເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫລືອຜູ້ປະສົບອຸທົກກະໄພ ໃນຄັ້ງນີ້, ເຊິ່ງການຊ່ວຍເຫລືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມນີ້, ຍັງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຢືນຢັນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໄສ, ທົ່ວເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ.

ໃນໂອກາດດັ່ງກ່າວ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອຜູ້ປະສົບໄພ ວ່ອງໄວ ແລະ ທັນການສົມຄວນ, ທັງສະແດງເຊື່ອໝັ້ນວ່າ ໂດຍການນຳພາ-ຊີ້ນຳຂອງລັດຖະບານ ກໍຄື ອົງການປົກຄອງທຸກຂັ້ນ ຈະສາມາດການແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃນປີ 2023 ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄປໄດ້ດ້ວຍດີ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments