Friday, September 27, 2024
Homeຂ່າວໜ້າໜຶ່ງທ່ານນາຍົກລັດຖະມົນຕີ ຢ້ຽມຢາມປະຊາຊົນເຂດເມືອງຈຳພອນ ເນັ້ນໃຫ້ປະຊາຊົນເຮັດນາຕ່າວ ພ້ອມປູກພືດເປັນສິນຄ້າໃຫ້ຫຼາຍ.

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມປະຊາຊົນເຂດເມືອງຈຳພອນ ເນັ້ນໃຫ້ປະຊາຊົນເຮັດນາຕ່າວ ພ້ອມປູກພືດເປັນສິນຄ້າໃຫ້ຫຼາຍ.

——————————-

ຕອນບ່າຍວັນທີ 12 ສິງຫາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ລົງຢ້ຽມຢາມປະຊາຊົນເຂດເມືອງຈຳພອນ ແຂວງສະຫວັນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນອາທິດທີ່ຜ່ານມາ, ຕິດຕາມຄະນະມີ ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ; ເປັນກຽດຕ້ອນຮັັບ ແລະ ນຳພາທາງໂດຍທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ພ້ອມການນຳຂອງແຂວງ ແລະ ພະແນກການອ້ອມຂ້າງ.

ໃນນັ້ນ ກໍໄດ້ໄປຢ້ຽມຢາມປະຊາຊົນບ້ານສະຄຶນເໜືອ ເມືອງຈຳພອນ, ໂດຍທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ ກໍໄດ້ລາຍງານສະພາບນ້ຳຖ້ວມ ຜົນກະທົບ ແລະ ຜົນເສຍຫາຍຂອງເມືອງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 3 ຫາ 6 ສິງຫາ ຍ້ອນສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ຈື່ງເຮັດໃຫ້ນ້ຳເຊຈຳພອນໄຫຼເຂົ້າຖ້ວມບ້ານ ແລະ ເນື້ອທີ່ນາຂອງປະຊາຊົນ, ມີ 8 ບ້ານຖືກຜົນກະທົົບ, ມີເຮືອນຖືກຜົນກະທົບ 1ພັນ 109 ຫຼັງຄາ, ພົນລະເມືອງ 5ພັນ 473 ຄົນ ຍິງ 2ພັນ 765 ຄົນ, ໃນ 8ບ້ານມີບ້ານເພຍກ່າ, ແກ້ງປູນ, ລຳບອງ, ວັງເມົາ, ສະຄຶນໃຕ້, ສະຄຶນເໜືອ, ບ້ານດົງເມືອງ ແລະ ບ້ານລຳເທນ. ເນື້ອທີ່ນາປີຖືກຖ້ວມ 5ພັນ 441 ເຮັກຕາ ເຂົ້າເສຍຫາຍ 778 ເຮັກຕາ ມີ 60 ບ້ານໄດ້ຮັບຜົນກະທົບ ມີ 5ພັນ667 ຄອບຄົວ ພົນລະເມືອງ32ພັນ 800 ກ່ວາຄົນ, ຄາດຄະເນຜົນເສຍຫາຍ 21 ຕື້ກ່ວາກີບ. ອ່າງເກັບນ້ຳຖືກຜົນກະທົບ ເຮັດໃຫ້ຄັນຝາຍ ແລະ ປະຕູນ້ຳເສຍຫາຍຈຳນວນ 4 ແຫ່ງ ມີ: ອ່າງເກັບນ້ຳສຸຍ, ຝາຍບັກ, ຫ້ວຍທວດ ແລະອ່າງເກັບນ້ຳຫ້ວຍໝາກມີ້. ຈັກສູບນ້ຳ ແລະ ຄອງເໝືອງເສຍຫາຍ 11 ຈຸດ, ສ່ວນລາຍລະອຽດຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນລະອຽດ. ຜົນກະທົບດ້ານໂຍທາທິການ ແລະ ຂົນສົ່ງ ຄາດຄະເນຜົນເສຍຫາຍ 7ຕື້ 20ລ້ານກ່ວາກີບ ໃນນັ້ນມີທາງຫຼວງຂອງແຂວງສອງເສັ້ນ ເສຍຫາຍໄລຍະ 29ກິໂລແມັດ, ທາງຫຼວງຂອງເມືອງ 1 ເສັ້ນ ແຕ່ບ້ານຕາແຫຼວຫາບ້ານດົງເມືອງ, ທາງຊົນນະບົດ 6ເສັ້ນ ເສຍຫາຍ 23 ກິໂລແມັດ. ຄາດຄະເນຜົນເສຍຫາຍໃນທົ່ວເມືອງ 28ຕື້ 600 ລ້ານກ່ວາກີບ ໃນນັ້ນຍັງບໍ່ໄລ່ລະບົບຊົນລະປະທານ.

ໂອກາດຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການນຳຂອງແຂວງ ແລະ ເມືອງ ທີ່ເອົາໃຈໃສ່ຕິດຕາມ ໃກ້ສິດກັບປະຊາຊົນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນສະພາບຜົນກະທົບ ແລະ ຜົນເສຍຫາຍໄພພິບັດໃນຄັ້ງນີ້ ໃນບັນດາແຂວງຕ່າງໆ ສະເພາະແມ່ນແຂວງພາກເໜືອຂອງລາວເຮົາ ທີ່ເຮັດໃຫ້ເສັ້ນທາງຄົມມະນາຄົມໄດ້ຮັບຜົນເສຍຫາຍ ມີປະຊາຊົນເສຍຊີວິດ 6 ຄົນ, ນອກນັ້ນກໍແມ່ນຊັບສິນຕ່າງໆ. ດັ່ງນັ້ນ ປະຊາຊົນຕ້ອງມີສະຕິ ຕິດຕາມຂ່າວສານຕາມສື່ອອນລາຍຕ່າງໆ ຢ່າງຕໍ່ເນື່ອງ ເພື່ອເປັນການເຝົ້າລະວັງ ກຽມພ້ອມຮັບມື ເພື່ອເຮັດໃຫ້ຊີວິດ ຊັບສິນທີ່ມີຄ່າ ສັດລ້ຽງ ມີຄວາມປອດໄພ ບໍ່ມີການເສຍຫາຍ, ເຊິ່ງທ່ານມີຄວາມເຊື່ອໝັ້ນວ່າ ປະຊາຊົນສາມາດແກ້ໄຂດ້ວຍຕົນເອງຢູ່ແລ້ວ. ສະເພາະເຂດເມືອງຈຳພອນຂອງພວກເຮົາ ປະຊາຊົນກໍມີຄວາມດຸໝັ່ນ ໃນເມື່ອນ້ຳລົງແລ້ວ ປະຊາຊົນກໍຕ້ອງພ້ອມກັນເຮັດນາຕ່າວ, ປູກພືດເປັນສິນຄ້າໃຫ້ຫຼາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືພະແນກກະສິກຳ ແລະ ປ່າໄມ້ ຕ້ອງໄດ້ເອົາລາຍການພືດຕ່າງໆທີ່ສົ່ງອອກໄປປະເທດຈີນ ແລະ ປະເທດອ້ອມຂ້າງ ພືດອັນໃດທີ່ເໝາະສົມກັບດິນຂອງປະຊາຊົນໃນແຕ່ລະເຂດ ປະຊາຊົນສາມາດປູກໄດ້ ກໍມາຊຸກຍູ້ສົ່ງເສີມ ເພື່ອເປັນການສ້າງລາຍຮັບໃຫ້ເຂົາເຈົ້າ; ນອກນັ້ນ ວຽກງານການສຶກສາ ສາທາລະນະສຸກ ກໍຕ້ອງໄດ້ເອົາໃຈໃສ່ໄປພ້ອມໆກັນ. ໂອກາດມາຢ້ຽມຢາມຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ກໍໄດ້ນຳເອົາເຄື່ອງອຸປະໂພກ ບໍລິໂພກ ແນວພັນພືດ ແນວພັນເຂົ້າ, ເຂົ້າສານ ແລະ ເງິນ 100 ລ້ານກີບ ລວມເປັນມູນຄ່າ 337ລ້ານກີບ ມອບໃຫ້ເປັນກອງທຶນໄພພິບັດຂັ້ນເມືອງ ເພື່ອແບ່ງປັນໃຫ້ແຕ່ລະບ້ານ ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕາມຄວາມເປັນຈິງ.

ໃນເວລາຕໍ່ມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດລະມົນຕີແຫ່ງ ສປປລາວ ພ້ອມດ້ວຍທ່ານເຈົ້າແຂວງສະຫວັນະເຂດ ແລະ ຄະນະ ກໍໄດ້ໄປເບິ່ງສະພາບການສ້ອມແປງຕາຝັ່ງເຈື່ອນ ຄັນຝາຍສຸຍທີ່ຖືກນໍ້າເຊາະເຈື່ອນ ຈຸດທໍ່ລອດທາງ ທີ່ປ່ອຍນໍ້າໄປຮັບໃຊ້ການຜະລິດໃນລະດູແລ້ງ,ມີຄວາມຍາວ 10 ແມັດ, ປະຈຸບັນແມ່ນມີການສ້ອມແປງໂດຍໃຊ້ດິນຊາຍຮອງພື້ນ ແລະ ດິນຖົມປາກທໍ່ ເພື່ອບໍ່ໃຫ້ມີການເຊາະເຈື່ອນຕື່ມອີກ. ໄປຢ້ຽມຢາມໂຄງການກໍ່ສ້າງຫົວງານຈັກສູບນ້ຳ ແລະ ນາໄຮ່ໃຫຍ່ ຂອງໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ທີ່ເມືອງຈຳພອນ, ທ່ານ ສັດທາເທບ ທຳມະຈັກ ຜູ້ປະສານງານຂັ້ນສູນກາງ ຂອງໂຄງການ ລາຍງານວ່າ: ໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ແມ່ນກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ເປັນເຈົ້າຂອງໂຄງການ ທີ່ໄດ້ຮັບແຫຼ່ງທຶນ ເປັນເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກກອງທຶນພັດທະນາເສດຖະກິດ ແລະ ການຮ່ວມມືທະນາຄານຂາອອກ-ຂາເຂົ້າ ສາທາລະນະລັດເກົາຫຼີ, ໂດຍມີບໍລິສັດ ທີປືກສາຮ່ວມ ດານຊານ-ຢູຊີນ ສາທາລະນະລັດເກົາຫລີ ແລະບໍລິສັດ ກໍ່ສ້າງຮ່ວມ ອີວຊັງ-ດົງບູ ສາທາລະນະລັດເກົາຫລີ. ໃນນັ້ນແມ່ນມີການກໍ່ສ້າງບັນດາກິດຈະກຳຂອງໂຄງການ ລວມມີສູນພັດທະນາເຕັກນິກກະສິກຳ, ສາງເກັບມ້ຽນກົນຈັກກະສິກຳ, ສະຖານີຈັກສູບນ້ຳ, ຄອງເໝືອງ, ປັບນາໄຮ່ໃຫຍ່ ແລະ ໂຮງສີເຂົ້າທັນສະໄໝ, ການກໍ່ສ້າງແມ່ນກວມເອົາສອງເມືອງຂອງແຂວງສະຫວັນະເຂດ ຄື: ເມືອງຈຳພອນ ແມ່ນເຂດບ້ານໂພນມ່ວງ ແລະ ເມືອງສອງຄອນ ແມ່ນເຂດບ້ານລະຫານ້ຳ.

#Savannakhet#Medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments