Home ຂ່າວໜ້າໜຶ່ງ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້

0
254

ວັນທີ 11 ສິງຫາ 2023 ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາ ຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນຂອງກອງປະຊຸມ AMMD ຄັ້ງທີ 8 ໂດຍໄດ້ຮັບການມອບໝາຍຈາກທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8.

ທ່ານ ພົນຕີ ສົມວັນ ສາຍລ້ອງພາ ກ່າວວ່າ:ຜົນຂອງກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ມີດັ່ງນີ້: 1.ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 (8th AMMD) ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2023 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ 2 ກອງປະຊຸມດັ່ງກ່າວ ໄດ້ມີຜູ້ແທນເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ແລະ ຄະນະຜູ້ແທນປະເທດຕີມໍເລດສະເຕ ໃນຖານະປະເທດສັງເກດການ 3 ກອງປະຊຸມໄດ້ຢືນຢັນຄືນຄໍາໝັ້ນສັນຍາຢ່າງແຂງແຮງ ໃນການແກ້ໄຂບັນຫາຢາເສບຕິດຂອງບັນດາ ລັດຖະມົນຕີອາຊຽນ ຮັບຜິດຊອບວຽກງານດັ່ງກ່າວ ເພື່ອເຮັດໃຫ້ອາຊຽນປອດຢາເສບຕິດ ໂດຍສອດຄອງກັບລະບຽບກົດໝາຍຂອງແຕ່ລະປະເທດສະມາຊິກອາຊຽນ 4 ກອງປະຊຸມໄດ້ຮັບຊາບເຖິງຜົນສໍາເລັດທີ່ສໍາຄັນ ໃນຄວາມພະຍາຍາມຮ່ວມກັນຂອງບັນດາປະເທດ ສະມາຊິກອາຊຽນ ໃນການສົ່ງເສີມການເຈລະຈາ ແລະ ອຳນວຍຄວາມສະດວກ ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະຖານະການບັນຫາຢາເສບຕິດ ຢູ່ໃນພາກພື້ນ ພາຍໃຕ້ຂອບກອງປະຊຸມລັດຖະມົນຕີ ແລະ ລະດັບເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍບັນຫາຢາເສບຕິດ 5 ກອງປະຊຸມໄດ້ສະແດງຄວາມເປັນຫ່ວງ ຕໍ່ການແຜ່ລະບາດຂອງຢາເສບຕິດຜິດກົດໝາຍ ທີ່ສ້າງຜົນ ເສຍຫາຍຮ້າຍແຮງຕໍ່ສຸຂະພາບ ຄວາມປອດໄພ ຄວາມໝັ້ນຄົງ ຂອງປະຊາຊົນໃນພາກພື້ນ ແລະ ໄດ້ຮັບ ຊາບເຖິງສິ່ງທ້າທາຍທີ່ເກີດຂຶ້ນຈາກຢາເສບຕິດຜິດກົດໝາຍໃນພາກພື້ນ 6 ກອງປະຊຸມໄດ້ມອບໝາຍ ໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍບັນຫາຢາເສຍຕິດ (ASOD) ດຳເນີນການທົບທວນຄືນຄັ້ງສຸດທ້າຍຂອງແຜນວຽກອາຊຽນ 2016-2025 ແລະ ສົ່ງຜົນໄດ້ຮັບ ພ້ອມຂໍ້ສະເໜີແນະນຳ ຕໍ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ໃນປີ 2025 7 ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງອາຊຽນ ແລະ ມອບໝາຍໃຫ້ ສປປ ລາວ ໄປລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ລະດັບສູງ ຂອງຄະນະກຳມະການຄວບຄຸມຢາເສບຕິດ ສາກົນ (CND) ຄັ້ງທີ 67 ໃນປີ 2024 8 ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ປະເທດຟີລິບປີນ ທີ່ຈະເປັນເຈົ້າພາບຈັດກອງປະຊຸມລັດຖະ ມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ໃນປີ 2025 ແລະ 9 ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງລັດຖະບານ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສໍາລັບການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນ ຫາຢາເສບຕິດ ຄັ້ງທີ 8 ປະສົບຜົນສຳເລັດຕາມຄາດໝາຍ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here