Sunday, September 29, 2024
Homeຂ່າວພາຍໃນລາວ ເຂົ້າຮ່ວມກອງປະຊຸມ ວຽກງານສ່ວຍສາອາກອນ ແລະ ອາກອນຊົມໃຊ້ ທີ່ອິນໂດເນເຊຍ

ລາວ ເຂົ້າຮ່ວມກອງປະຊຸມ ວຽກງານສ່ວຍສາອາກອນ ແລະ ອາກອນຊົມໃຊ້ ທີ່ອິນໂດເນເຊຍ

ໃນລະຫວ່າງວັນທີ 31 ກໍລະກົດ 03 ສິງຫາ 2023, ທ່ານ ສີໄວ ວິໄລຫານ ຫົວໜ້າພະແນກ ແຜນການ ແລະ ຮ່ວມມືອາກອນສາກົນ ກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ ຄັ້ງທີ 17 ແລະ ກອງປະຊຸມຍ່ອຍວຽກອາກອນຊົມໃຊ້ ຄັ້ງທີ 14 ຢູ່ ເມືອງຍົກຈາກາຕາ, ປະເທດອິນໂດເນເຊຍ. ເຂົ້າຮ່ວມກອງປະຊຸມ ປະ ກອບມີ ອົງການຮ່ວມມືເສດຖະກິດ ແລະ ການພັດທະນາ, ທະນາຄານພັດທະນາອາຊີ, ກອງເລຂາອາ ຊຽນ ແລະ ອົງການອານະໄມໂລກ ພ້ອມດ້ວຍບັນດາປະເທດສະມາຊິກອາຊຽນ ຄື: ປະເທດບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ທັງ 02 ກອງປະຊຸມ ແມ່ນໄດ້ຈັດເປັນຄູ່ຂະໜານໄປພ້ອມກັນ ໃນແຕ່ລະຄັ້ງ. ກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ ແມ່ນກອງປະຊຸມໜຶ່ງທີ່ມີຄວາມສໍາຄັນ ເປັນເວທີເພື່ອປຶກສາຫາລື ຄວາມຄືບໜ້າບັນດາໜ້າວຽກ ກ່ຽວກັບສ່ວຍສາອາກອນ ຂອງປະເທດສະມາຊິກອາຊຽນ ເຊິ່ງບັນຫາໄດ້ຍົກຂຶ້ນມາປຶກ ສາຫາລືໃນກອງປະຊຸມ ຄັ້ງທີ 17 ນີ້ ມີຄື: ການສ້າງມາດຕະຖານໃນການ ໃຫ້ນະໂຍບາຍຜ່ອນຜັນຂອງແຫລ່ງເງິນທຶນ, ການສ້າງມາດຕະຖານ ເອກະສານການຂໍນະໂຍບາຍຜ່ອນຜັນ ແລະ ຂໍຄືນເງິນອາກອນ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ, ການອະນຸຍາດໃຫ້ເຮັດສໍາເລັດຂະບວນການແຈ້ງ ແລະ ການຂໍຄືນ ທັງໝົດຜ່ານລະບົບອອນລາຍ, ການສົ່ງເງິນອາກອນຄືນແບບວ່ອງໄວ ພາຍໃນ 06 ເດືອນ ພາຍ ຫລັງມື້ທີ່ໄດ້ຮັບເອກະສານ ຄົບຖ້ວນ-ຖືກຕ້ອງທັງໝົດ ກ່ຽວກັບອາກອນຫັກອາກອນນະທີ່ຈ່າຍ ແລະ ທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ສົນທິສັນຍາອາກອນຊໍ້າຊ້ອນ(DTA) ຂອງບັນດາປະເທດສະມາຊິກອາຊຽນ, ການແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ, ການສ້າງຂີດຄວາມສາມາດ, ລວມທັງການທົບທວນການຈັດຕັ້ງປະຕິບັດບົດຮຽນທີ່ດີທີ່ສຸດ ຂອງບັນດາປະເທດສະມາຊິກອາຊຽນ ຂອງ(BP2,5,7 ແລະ 10) ການຈັດຕັ້ງປະຕິບັດບົດຮຽນທີ່ດີທີ່ສຸດ ເພື່ອປັບປຸງໂຄງສ້າງການຫັກອາກອນນະທີ່ຈ່າຍ ໃນອາ ຊຽນ, ການສ້າງຄວາມຕື່ນຕົວພາຍໃນຂົງເຂດພູມມິພາກ ກ່ຽວກັບບັນຫາອາກອນລະຫວ່າງປະເທດ ກໍຄືການຄາດການໃນຈັດຕັ້ງປະຕິບັດ ເສົາຄ້ຳທີ 02 ເຊິ່ງປະກອບດ້ວຍການແລກປ່ຽນປະສົບການ ໃນການປັບປຸງການວິເຄາະດ້ານການເງິນ ແລະ ຄວາມໂປ່ງໄສ.

ສໍາລັບກອງປະຊຸມວຽກງານອາກອນຊົມໃຊ້ ແມ່ນກອງປະຊຸມຍ່ອຍ ຂອງວຽກງານສ່ວຍສາອາກອນ ເຊິ່ງຈັດຂຶ້ນ ໃນຄັ້ງນີ້ ແມ່ນຄັ້ງທີ 14 ເຊິ່ງບັນຫາໄດ້ຍົກຂຶ້ນມາປຶກສາຫາລື ມີຄື: ສະຖານະຂອງຫົວຂໍ້ບູລິມະສິດ ປະຈໍາປີ 2022, ຫົວຂໍ້ບູລິມະສິດ ປະຈໍາປີ 2023, ສັງລວມບັນດາ ນິຕິກໍາ/ລະບຽບການຂອງອາ ກອນຊົມໃຊ້ ທີ່ເປັນສະບັບພາສາອັງກິດ ເພື່ອເອົາລົງເວັບໄຊສ ການຮ່ວມມືດ້ານການເງິນອາຊຽນ, ສັງລວມຂໍ້ມູນ ອາກອນຊົມໃຊ້ຂອງປະເທດອາຊຽນ ກ່ຽວກັບຢາສູບ ແລະ ເຄື່ອງດື່ມ ທີ່ມີທາດເຫລົ້າໂດຍອີງໃສ່ HS2021 ແລະ ແລກປ່ຽນບົດຮຽນກ່ຽວກັບ Digital Excise Stamp ໂດຍ ADB ແລະ UGM, ປັບປຸງຄວາມສາມາດດ້ານບຸກຄະລາກອນ ເພື່ອກຽມຄວາມພ້ອມໃນການຮັບມືກັບສິ່ງທ້າທາຍຂອງບັນຫາການເກັບພາສີ ແລະ ອາກອນຊົມໃຊ້.

ໃນການເຂົ້າຮ່ວມທັງ 02 ກອງປະຊຸມ ໃນຄັ້ງນີ້, ຄະນະທີມງານຂອງກົມສ່ວຍສາອາກອນ ໄດ້ສຸມໃສ່ໃນການລາຍງານ ການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ຕິດພັນກັບຫົວຂໍ້ ທີ່ຍົກຂື້ນໃນກອງປະຊຸມ ພ້ອມທັງປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ໃນແຕ່ລະຫົວຂໍ້ ເຊິ່ງໄດ້ດຳເນີນເປັນເວລາ 04 ວັນ ແຕ່ວັນທີ 31 ກໍລະກົດ 2023 ແລະ ໄດ້ປິດລົງຢ່າງເປັນທາງການໃນວັນທີ 03 ສິງຫາ 2023. ພ້ອມນີ້ ທ່ານ ສີໄວ ວິໄລຫານ ພ້ອມດ້ວຍຄະນະ ກໍໄດ້ຈັດກອງປະຊຸມຮ່ວມກັບ ກອງເລຂາອາຊຽນ ຂອງວັນດຽວກັນ ເພື່ອປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ ແລະ ກອງປະຊຸມຍ່ອຍວຽກອາກອນຊົມໃຊ້ ເຊິ່ງໃນປີ 2024 ຂະແໜງ ສ່ວຍສາອາກອນ ສປປ ລາວ ແມ່ນຈະໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານ ໃນກອງປະຊຸມວຽກງານສ່ວຍສາອາກອນອາຊຽນ ແລະ ກອງປະຊຸມວຽກອາກອນຊົມໃຊ້ ເຊິ່ງຈະຈັດຂຶ້ນຢູ່ ສປປ ລາວ.

ຂ່າວ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments