Sunday, September 29, 2024
Homeຂ່າວໜ້າໜຶ່ງຈົ່ງມີສະຕິໃນການເສບຂ່າວ

ຈົ່ງມີສະຕິໃນການເສບຂ່າວ

ປີນີ້ໄພທຳມະຊາດຍຸກແຮງຫຼາຍກະຈາຍໄປທົ່ວໂລກ ບໍ່ຈັກໄຟໃໝ້ປ່າ; ນໍ້າຖ້ວມ; ອາກາດຮ້ອນຜິດປົກກະຕິ ເຊີ່ງໃຜຕິດຕາມຂໍ້ມູນຂ່າວສານຈະຮູ້ດີ. ປະເທດເຮົາກໍ່ພົບບັນຫາເຊັ່ນກັນ ໂດຍສະເພາະແມ່ນນໍ້າຖ້ວມຮຸນແຮງ ທີ່ພວກເຮົາພວມປະເຊີນຢູ່ໃນປະຈຸບັນປະເທດໃກ້ຄຽງພວກເຮົາ ເປັນຕົ້ນ ສປ ຈີນ; ສ.ສ ຫວຽດນາມ ແລະ ອີກບາງປະເທດໃນອາຊີກໍ່ພົບບັນຫານໍ້າຖ້ວມເຊັ່ນກັນ.

ທີ່ຍົກບັນຫານີ້ຂື້ນມາກໍ່ເພື່ອຢາກໃຫ້ຜູ້ເສບຂ່າວທັງຫຼາຍໄດ້ເຂົ້າໃຈນຳກັນວ່າໄພທຳມະຊາດເປັນເລື່ອງທີ່ຫຼີກລ້ຽງບໍ່ໄດ້  ຕ້ອງທຳໃຈ ແລະ ຍອມຮັບ ສຳຄັນແມ່ນການບໍລິຫານຈັດການ. ສຳລັບປະເທດເຮົາຫາກເພື່ອນຜູ້ອ່ານຕິດຕາມຈະເຫັນວ່າຂະບວນຊ່ວຍເຫຼືອ ເຜື່ອແຜ່ຜູ້ປະສົບເຄາະຮ້າຍຄັ້ງນີ້ດຳເນີນໄປຢ່າງແຂງແຮງ ບໍ່ວ່າພາກລັດ ແລະ ເອກະຊົນຂ່າວຄາວເຕັມໜ້າເຟສບຸກ ຕໍ່ປະກົດການທີ່ໜ້າຊື່ນຊົມຍິນດີທີ່ພີ່ນ້ອງຮ່ວມຊາດຂອງພວກເຮົາມີນໍ້າໃຈເອື້ອເຟື້ອເພື່ອແຜ່ ເບີ່ງແຍງຊ່ວຍເຫຼືອກັນໃນຄັ້ງນີ້ພວກເຮົາຄິດວ່າຈະຜ່ານຜ່າໄປໄດ້.

ປະກົດການທຳມະຊາດທີ່ເກີດຂື້ນຫຼາຍຄັ້ງຜ່ານມານັ້ນພວກເຮົາຕ່າງກໍ່ປຸ້ມລຸ້ມສາມັກຄີກັນຜ່ານຜ່າໄປໄດ້ໂດຍດີ ຈື່ງຄິດວ່າຄັ້ງນີ້ພວກເຮົາກໍ່ຈະສາມາດຜ່ານຜ່າໄປໄດ້ໂດຍດີເຊັ່ນກັນ. ອັນສຳຄັນໃນທີ່ນີ້ແມ່ນເລື່ອງການເສບຂ່າວ ຫຼື ຮັບຂໍ້ມູນຂ່າວສານເລື່ອງນໍ້າຖ້ວມນີ້ ຢາກໃຫ້ພວກເຮົາແຍກແຍະຢ່າງຖີ່ຖ້ວນ ບໍ່ເຊື່ອຂ່າວລື; ຂ່າວປັ່ນປ່ວນທີ່ກຸ່ມຄົນບໍ່ດີກະຈາຍອອກຕາມແຫຼ່ງຂ່າວສື່ສັງຄົມອອນລາຍ ຄວນຕິດຕາມແຫຼ່ງຂ່າວທາງການ; ແຫຼ່ງຂ່າວທີ່ໜ້າເຊື່ອຖືບໍ່ຊັ້ນພວກເຮົາຈະສັບສົນ ແລະ ຕົກເປັນເຫຍື່ອ ຂອງສື່ສັງຄົມອອນລາຍ ຈິດໃຈສັບສົນ ຄອນແຄນຂາດຄວາມເຊື່ອໝັ້ນ.

ທຸກບັນຫາຍ່ອມມີທາງອອກ ສະນັ້ນ ຈົ່ງມີສະຕິໃນການເສບຂ່າວ.

ບ.ກ ມີເດຍລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments