Sunday, September 29, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ໃນວັນທີ 10 ສິງ​ຫາ ນີ້ ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້​ກຽດເປັນປະທານກອງປະຊຸມຄະນະກຳມະການ ຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າ ຄອງນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາອະນຸກໍາມະການ ກໍຄືກະຊວງ ຂະແໜງ ການຕ່າງໆເຂົ້າຮ່ວມ .

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດໃນຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າຂອງການ​ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາໜ້າ​ວຽກຂອງບັນດາອະນຸກໍາມະການຕ່າງໆ​ໃນ​ການ​ກະ​ກຽມ ແລະ ດຳ​ເນີນ​ການ​ເປັນ​ປະ​ທານ​ອາ​ຊຽນ ຂອງ ສ​ປ​ປ ລາວ ໃນ​ປີ 2024 ເຊັ່ນ: ດ້ານເນື້ອໃນ, ການກະກຽມທີ່ພັກ ແລະ ພາຫະນະສຳລັບບັນດາ ປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ ສະຖານທີ່ຈັດກອງປະຊຸມ, ອຸປະກອນຮັບໃຊ້ກອງປະຊຸມ, ການກະກຽມບຸກຄະລາກອນ, ​ແຜນງົບປະມານ ແລະ ການກະກຽມຄວາມພ້ອມດ້ານອື່ນໆ. ນອກຈາກນີ້, ກອງປະ ຊຸມຍັງໄດ້ຮັບຊາບຄວາມຄືບໜ້າໃນການກະກຽມ ຄຳຂວັນ, ກາໝາຍປະທານອາຊຽນ ແລະ ວິດີໂອສັ້ນສຳ ລັບການຮັບປະທານອາຊຽນຂອງ ສປປ ລາວ ເພື່ອກຽມໄປຮັບປະທານອາຊຽນ ຈາກອິນໂດເນເຊຍ ໃນໂອກາດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 4-7 ກັນຍາ 2023 ທີ່ ຈາກາກຕາ ອິນໂດເນເຊຍ.

ໃນຕອນທ້າຍກອງປະຊຸມ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນຳແກ່ບັນດາອະນຸກຳມະການຕ່າງໆ ໃຫ້ສືບຕໍ່ດຳເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງ ຂະແໜງການ ທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານ ເນື້ອໃນ,​ ດ້ານພາລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງ ປະຊຸມໃນ ຂະແໜງການຂອງຕົນ ເພື່ອເປັນພື້ນຖານໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມ ສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນຢູ່ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຂ່າວ: ກະຊວງຕ່າງປະເທດ, ພາບ: ສຳນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments