Monday, September 30, 2024
Homeຂ່າວຕ່າງປະເທດຈຳນວນປະຊາກອນແອັສປາຍ ເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດ

ຈຳນວນປະຊາກອນແອັສປາຍ ເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ສິງຫາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດແອັສປາຍ ໄດ້ເປີດເຜີຍບົດລາຍງານການສຶກສາລະບຸວ່າ: ຈຳນວນປະຊາກອນຂອງແອັສປາຍ ເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດ ຊຶ່ງສາເຫດຫຼັກຂອງການເພີ່ມຂຶ້ນ ມາຈາກຈຳນວນຜູ້ອົບພະຍົບເຂົ້າປະເທດເພີ່ມຂຶ້ນ.

ບົດລາຍງານສະຖິຕິປະຊາກອນແບບຕໍ່ເນື່ອງ (ECP) ລາຍໄຕມາດລະບຸວ່າ: ມີປະຊາກອນ ອາໄສຢູ່ໃນແອັສປາຍ ຈຳນວນ 48.345.223 ຄົນ ເມື່ອນັບເຖິງວັນທີ 1 ກໍລະກົດ 2023 ຊຶ່ງເປັນລະດັບສູງທີ່ສຸດເປັນປະຫວັດສາດ ແລະ ເປັນຜົນມາຈາກການເພີ່ມຂຶ້ນຂອງປະຊາກອນໃນໄຕມາດທີ 2 ທີ່ຜ່ານມາ ປະມານ 135.186 ຄົນ. ສ່ວນໜຶ່ງຂອງຈຳນວນປະຊາກອນທີ່ເພີ່ມຂຶ້ນເປັນຜູ້ທີ່ເກີດໃນຕ່າງປະເທດ 100.394 ຄົນ ເຮັດໃຫ້ຈຳນວນຜູ້ຢູ່ອາໄສທີ່ເກີດໃນຕ່າງປະເທດ ຢູ່ທີ່ 8.457.886 ຄົນ ຂະນະທີ່ຜູ້ອົບພະຍົບເຂົ້າແອັສປາຍ ໃນໄຕມາດທີ 2 ທີ່ຜ່ານມາສ່ວນຫຼາຍເປັນຄົນໂກລົມບີ ແລະ ໂມຣັອກໂກ ທາງດ້ານຈຳນວນຄົນແອັສປາຍ ທີ່ເດີນທາງກັບແອັສປາຍ ຫຼັງຈາກໄປໃຊ້ຊີວິດໃນຕ່າງປະເທດເພີ່ມຂຶ້ນ.

ອີກຢ່າງໜຶ່ງ, ທັງ 17 ແຄ້ວນປົກຄອງຕົນເອງຂອງແອັສປາຍ ມີຈຳນວນປະຊາກອນເພີ່ມຂຶ້ນ ໂດຍໝູ່ເກາະບາລີແອຣິກ ມີອັດຕາການເກີດເຕີບໂຕສູງທີ່ສຸດ 0,58% ຮອງລົງມາແມ່ນແຄ້ວນກາຕາລຸນຢາ 0,51% ແລະ ແຄ້ວນມາດຣິດ 0,45%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments