Monday, September 30, 2024
Homeຂ່າວຕ່າງປະເທດຣັດເຊຍ ເພີ່ມທະວີການຄ້າດ້ານຜະລິດຕະພັນກະສິກຳກັບ ຈີນ

ຣັດເຊຍ ເພີ່ມທະວີການຄ້າດ້ານຜະລິດຕະພັນກະສິກຳກັບ ຈີນ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 9 ສິງຫາ ຜ່ານມານີ້, ທ່ານ ອາເລັກຊີ ໄຊເຊັຟ ຮອງຫົວໜ້າກົມຖະແຫຼງຂ່າວ ແລະ ວຽກສື່ສິ່ງພິມ ຂຶ້ນກັບກະຊວງການຕ່າງປະເທດຣັດເຊຍ ໃຫ້ຮູ້ວ່າ: ຣັດເຊຍ ແລະ ຈີນ ພວມຕັ້ງໜ້າເຈລະຈາກ່ຽວກັບການສະໜອງທັນຍາຫານຈາກ ຣັດເຊຍ ໄປສູ່ ຈີນ.

ຂ່າວລະບຸວ່າ: ທ່ານ ອາເລັກຊີ ໄຊເຊັຟ ໃຫ້ຮູ້ວ່າ: ການສົນທະນາພວມດຳເນີນໄປດ້ວຍດີໃນການສະໜອງຜະລິດຕະພັນທັນຍາຫານ ຂອງຣັດເຊຍ ໃຫ້ແກ່ຕະຫຼາດຈີນ. ບັນດາບັນຫາກ່ຽວກັບການຮ່ວມມືດ້ານກະສິກຳ ລະຫວ່າງ ຣັດເຊຍ – ຈີນ ໄດ້ຮັບການປຶກສາຫາລືເປັນປະຈຳໃນຂອບເຂດການພົວພັນລະຫວ່າງສອງປະເທດໃນລະດັບສູງສຸດ ແລະ ໃນບັນດາເວທີປາໄສການພົວພັນລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍພວມເຫັນດີເຫັນພ້ອມໃນການເຄື່ອນໄຫວດ້ານການຄ້າກະສິກຳ ລະຫວ່າງ ມົສກູ ແລະ ປັກກິ່ງ. ທ່ານ ອາເລັກຊີ ໄຊເຊັຟ ກ່າວວ່າ: ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອດ້ານນະໂຍບາຍການຕ່າງປະເທດທັງໝົດ ເພື່ອເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດນີ້.

ທ່ານ ວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກໍໄດ້ອອກຄຳສັ່ງໃຫ້ລັດຖະບານຣັດເຊຍ ແລະ ທະນາຄານກາງສ້າງຂໍ້ຕົກລົງລະຫວ່າງລັດຖະບານ ແລະ ສຳເລັດທຸກວຽກງານທີ່ຈຳເປັນໃນວັນທີ 1 ຕຸລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments