Monday, September 30, 2024
Homeຂ່າວພາຍໃນສຳເລັດຝຶກອົບຮົມວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

ສຳເລັດຝຶກອົບຮົມວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

(ສພຊ) ກອງປະຊຸມຝຶກອົບຮົມວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃຫ້ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ສຳເລັດລົງຕາມລະດັບຄາດໝາຍທີ່ວາງໄວ້ ໃນວັນທີ 10 ສິງຫາ ນີ້ ພາຍຫຼັງໄດ້ດຳເນີນມານັບແຕ່ວັນທີ 8 ສິງຫາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຈາກສະພາປະຊາຊົນຂັ້ນແຂວງ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ຕະຫຼອດໄລຍະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັບຟັງ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ ເປັນຕົ້ນແມ່ນບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດເສດຖະກິດ-ການເງິນ ແລະ ຂົງເຂດຍຸຕິທຳ; ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ; ມະຕິຂອງຄະນະປະຈຳສະພາແຫ່ງຊາດ 4 ສະບັບຄື: ມະຕິວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ມະຕິວ່າດ້ວຍການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ, ມະຕິວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ແລະ ມະຕິວ່າດ້ວຍການໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.

ພ້ອມດຽວກັນນີ້, ຍັງໄດ້ມີການແບ່ງກຸ່ມເຮັດບົດຝຶກຫັດຕົວຈິງ ກ່ຽວກັບການນຳໃຊ້ຄູ່ມືການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍ ຈຳນວນ 4 ກົດໝາຍຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງປີ 2016) ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ປີ 2015) ໂດຍໄດ້ລົງເລິກຄົ້ນຄວ້າກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເຊັ່ນ: ການໂຄສະນາເຜີຍແຜ່ກົດໝາຍ ແລະ ຍົກສູງສະຕິເຄົາລົບກົດໝາຍ; ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດມາດຕາທີ່ກຳນົດໃຫ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ; ບາງມາດຕາທີ່ມີເນື້ອໃນຂັດກັນ, ເປັນຊ່ອງວ່າງ, ມີຜົນກະທົບ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນໂດຍໂຄງການສ້າງຄວາມເຂັ້ມແຂງ ແລະ ສະພາປະຊາຊົນຂັ້ນແຂວງ (STEPS).

(ຂ່າວ-ພາບ: ນາງ ປາກາລັກ ພົມມີໄຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments