Monday, September 30, 2024
Homeຂ່າວພາຍໃນຄະນະຜູ້ແທນປະເທດສະມາຊິກອາຊຽນ ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍຢາເສບຕິດ ທີ່ ສປປ ລາວ

ຄະນະຜູ້ແທນປະເທດສະມາຊິກອາຊຽນ ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍຢາເສບຕິດ ທີ່ ສປປ ລາວ

ພັອ ຄອນສີ ເນົາວະລັດ ຫົວໜ້າກົມຕຳຫຼວດຄວບຄຸມກ້ອງວົງຈອນປິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າອານຸກຳມະການດ້ານພິທີການ ເພື່ອກະກຽມຄວາມພ້ອມ ແລະ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນລະດັບເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກສາທາລະນະລັດ ສິງກະໂປ ເຊິ່ງນຳໂດຍ ທ່ານ ຈອງ ຟຸຍ ແຊມ ຫົວໜ້າສຳນັກງານຕ້ານຢາເສບຕິດ ພ້ອມຄະນະ ທີ່ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງມື້ວານນີ້; ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 9 ຫາ 11 ສິງຫາ 2023 ນີ້.

ໃນຕອນເຊົ້າຂອງມື້ນີ້ ພັອ ຄອນສີ ເນົາວະລັດ ກໍໄດ້ຕ້ອນຮັບ ພົຕ ຫງຽນ ວັນ ວຽນ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທັງເປັນຫົວໜ້າຄະນະຜູ້ແທນລະດັບເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ສສ ຫວຽດ ນາມ ພ້ອມຄະນະ ແລະ ຕ້ອນຮັບ ທ່ານ ວິໄຊ ໄຊມົງຄົນ ເລຂາທິການສຳນັກງານປ້ອງກັນ ແລະ ປາບປາມຢາເສບ ຕິດ ຫົວໜ້າຄະນະຜູ້ແທນລະດັບລັດຖະມົນຕີ ວ່າດ້ວຍບັນຫາຢາເສບຕິດ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ; ທີ່ເດີນທາງມາເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບເຊັ່ນດຽວກັນ.

ສ່ວນຄະນະຜູ້ແທນຈາກປະເທດ ກຳປູເຈຍ, ຟິລິບ ປິນ, ບຣູໄນ, ມາເລເຊຍ, ມຽນມາ, ຕີມໍເລສເຕ, ອິນ ໂດເນເຊຍ ແລະ ກອງເລຂາອາຊຽນ ແມ່ນຈະເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າຂອງມື້ນີ້.

ຂ່າວ:ແກ້ວປະເສີດ

ຮູບ:ຈັນດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments