Tuesday, October 1, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8, ຈັດຂຶ້ນໃນວັນທີ 10 ສິງຫາ 2023, ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ; ໂດຍການເປັນປະທານຂອງ ພົນຕີ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າ ແລະ ຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກ 10 ປະເທດສະມາຊິກອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກກອງເລຂາອາຊຽນ ເຂົ້າຮ່ວມ.

ທັງນີ້ ກໍເພື່ອເປັນການປຶກສາຫາລື, ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງຮັບຮອງເອົາບັນດາເນື້ອໃນ ແລະ ເອກະສານສໍາຄັນຕ່າງໆ ທີ່ຈະນໍາເຂົ້າໄປລາຍງານຢູ່ໃນກອງປະຊຸມລະດັບລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8. ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນວັນທີ 11 ສິງຫາ 2023 ນີ້.

ໃນໂອກາດທີ່ ພົນຕີ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ສປປ ລາວ ໄດ້ກ່າວໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ນີ້, ທ່ານໄດ້ກ່າວວ່າ: ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຂ້າພະເຈົ້າຮູ້ສຶກເປັນກຽດ, ພາກພູມ ໃຈເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານຫົວໜ້າເຈົ້າ ໜ້າທີ່ອາວຸໂສບັນດາປະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ປະເທດ ສັງເກດການ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄ່າຂອງທ່ານ ເຂົ້າຮ່ວມກອງ ປະຊຸມຕາມການເຊື້ອເຊີນ, ການເຂົ້າຮ່ວມຂອງບັນດາທ່ານເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ. ພະນະທ່ານ ແລະ ທ່ານຜູ້ມີກຽດທັງຫຼາຍ, ຕະຫຼອດໄລຍະ 2 ປີຜ່ານມາ, ບັນຫາຢາເສບຕິດ ຍັງເປັນສິ່ງທີ່ທ້າທາຍ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ. ສະນັ້ນ, ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ເປັນກອງປະຊຸມທີ່ສໍາຄັນ ເພາະຈະໄດ້ ພ້ອມກັນຄົ້ນຄວ້າກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບ ຕິດ ຄັ້ງທີ 8 ເຊິ່ງຈະເປັນເວທີປຶກສາຫາລື, ກຳນົດບັນດາເນື້ອໃນ ແລະ ທິດທາງ ແຜນການໃນການຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນ.

ຈາກນັ້ນ ບັນດາຫົວໜ້າ ແລະ ຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກ 10 ປະເທດສະມາຊິກອາຊຽນ ກໍໄດ້ຮ່ວມກັນຮັບຮອງເອົາວາລະກອງປະຊຸມ; ພ້ອມທັງ ໄດ້ຮັບຟັງການລາຍງານບາງສະພາບທີ່ພົ້ນເດັ່ນຂອງກອງປະຊຸມເຈົົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 44 ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ລາຍງານໂດຍ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ປະເທດມຽນມາ, ຈາກນັ້ນ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ປະເທດສິງກະໂປ ກໍໄດ້ລາຍງານຄວາມຄືບໜ້າກ່ຽວກັບການກະກຽມຖະແຫຼງການຮ່ວມອາຊຽນ ທີ່ຈະໄປລາຍງານຢູ່ກອງປະຊຸມເຈົ້າໜ້າທີ່ລະດັບສູງ ຂອງຄະນະກຳມະການຄວບຄຸມຢາເສບຕິດສາກົນ ຄັ້ງທີ 67 ໃນປີ 2024, ພ້ອມທັງ ປຶກສາຫາລືກ່ຽວກັບການສົ່ງມອບຖະແຫຼງການຮ່ວມອາຊຽນ ທີ່ຈະໄປລາຍງານຢູ່ກອງປະຊຸມເຈົ້າໜ້າທີ່ລະດັບສູງ ຂອງຄະ ນະກຳມະການຄວບຄຸມຢາເສບຕິດສາກົນ ຄັ້ງທີ 67 ຕື່ມອີກ.

ນອກຈາກນີ້ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ສປປ ລາວ ກໍໄດ້ລາຍງານກ່ຽວກັບການກະກຽມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ແລະ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກປະເທດໄທ ກໍໄດ້ລາຍງານຄວາມຄືບໜ້າໃນການກະກຽມບົດລາຍງານ ການດໍາເນີນງານຂອງເຄືອຂ່າຍການຕິດຕາມຢາເສບຕິດອາຊຽນ ປະຈຳປີ 2022.

ໃນກອງປະຊຸມຄັ້ງນີ້ ບັນດາຫົວໜ້າ ແລະ ຄະນະເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກ 10 ປະເທດສະມາຊິກອາຊຽນ ຍັງໄດ້ຮັບຮອງເອົາວາລະກອງປະຊຸມ, ແຜນເຄື່ອນໄຫວກອງປະຊຸມ, ຮ່າງຖະແຫຼງການຂອງກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8, ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ ທີ່ຈະໄປລາຍງານຢູ່ກອງປະຊຸມເຈົ້າໜ້າທີ່ລະດັບສູງ ຂອງຄະນະກຳມະການຄວບຄຸມຢາເສບຕິດສາກົນ ຄັ້ງທີ 67 ໃນປີ 2024, ຮັບຮອງເອົາການກໍານົດວັນເວລາ ແລະ ສະຖານທີ່ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 9 ທີ່ປະເທດຟິລິບປິນຈະເປັນເຈົ້າພາບ ໃນປີ 2024, ປຶກສາຫາລືບັນຫາຕ່າງໆກ່ຽວກັບຢາເສບຕິດ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments