Tuesday, October 1, 2024
Homeຂ່າວພາຍໃນອົງການກາແດງແຫ່ງຊາດລາວໄດ້ຮັບການຊ່ວຍເຫຼືອຈາກ 2 ສະມາຄົມ

ອົງການກາແດງແຫ່ງຊາດລາວໄດ້ຮັບການຊ່ວຍເຫຼືອຈາກ 2 ສະມາຄົມ

ໃນວັນທີ 9 ສີງຫາ 2023 ທີ່ອົງການກາແດງແຫ່ງຊາດລາວ ຈັດພິທີມອບ-ຮັບເຄື່ອງຊ່ວຍ ເຫຼືອຈາກ2 ພາກສ່ວນຄື: ສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ແລະ ມູນນິທິຮ່ວມໃຈພັດທະນາລາວ ຕ່າງໜ້າມອບໂດຍທ່ານ ພູວົງ ພະມີສິດ ປະທານສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ຕາງ ໜ້າຮັບໂດຍ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍທ່ານ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝາຍ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ຈຸດປະສົງ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ 3 ແຂວງຄື: ແຂວງບໍລິຄຳໄຊ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຊິ່ງການຊ່ວຍເຫຼືອຄັ້ງນີ້ແມ່ນການຮິບໂຮມ ນ້ຳໃຈ ສະມາຊິກພາຍໃນຄອບຄົວ ແລະ ສະມາຊິກຂອງສະມາຄົມ ແລະ ມູນນິທິ ໄດ້ນຳເອົາເຄື່ອງບໍລິໂພກ ທີ່ຈຳເປັນ ຈຳນວນໜຶ່ງ ພ້ອມເງິນ ລວມມູນຄ່າຊ່ວຍເຫຼືອທັງໝົດ ຈຳນວນ 52.390.000 ກີບ ມາມອບໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນວຽກງານທາງດ້ານມະ ນຸດສະທຳ ເຊິ່ງຜ່ານມາທາງສະມາຄົມ ແລະ ມູນນິທິ ກໍຄືໃນນາມສ່ວນຕົວຄອບຄົວ ກໍໄດ້ໃຫ້ການປະກອບ ສ່ວນ ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ໂດຍສະເພາະກິດຈະກຳ ບໍລິຈາກເລືອດ ແລະ ໃນໂອກາດອັນໃກ້ ນີ້ມີແຜນ ຈະຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມຕຶ່ມອີກ ພ້ອມຈະສືບຕໍ່ໃຫ້ການປະກອບ ສ່ວນ ຊ່ວຍເຫຼືອສັງຄົມ ເພື່ອຕອບແທນກັບສັງຄົມ ທີ່ໃຫ້ການຊຸກຍູ້ສົ່ງເສີມຕະຫຼອດມາ.

ໃນຕອນທ້າຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ແລະ ມູນນິທິຮ່ວມໃຈພັດທະນາລາວ ໂດຍສະເພາະແມ່ນທ່ານ ພູວົງ ພະມີສິດ ທີ່ໄດ້ມາມອບເຄື່ອງຊ່ວຍເຫຼືອທາງດ້ານມະນຸດສະທຳ ຕະຫຼອດມາ ແລະ ສັນຍາວ່າເຄື່ອງຊ່ວຍເຫຼຶອ ແລະ ເງິນຈຳນວນດັ່ງກ່າວ ຈະນຳໃຊ້ເຂົ້າໃນວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະນຳເອົາການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຄັ້ງນີ້ ໄປເຖິງມືປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອອຸປະຖຳຄ້ຳຊູຈາກທ່ານໃນໂອກາດຕໍ່ໄປ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments