Tuesday, October 1, 2024
Homeຂ່າວກິລາເຊວຊີ ຕັດໜ້າ ລີເວີພູລ ຍື່ນຊື້ “ລາເວຍ” 48 ລ້ານປອນ

ເຊວຊີ ຕັດໜ້າ ລີເວີພູລ ຍື່ນຊື້ “ລາເວຍ” 48 ລ້ານປອນ

The Athletic ສໍານັກຂ່າວກີລາ ລາຍງານວ່າ ເຊວຊີ ຍື່ນຂໍ້ສະເໜີ 48 ລ້ານປອນບວກກັບສ່ວນເສີມເພື່ອຂໍຊື້ ໂຣເມໂອ ຣາເວຍ ກອງກາງຂອງ ເຊົາແຮມຕັນ ເປົ້າໝາຍສໍາຄັນຂອງ ລີເວີພູລ.

ລີເວີພູລ ພະຍາຍາມມາແລ້ວ 3 ຮອບ ຄັ້ງຫຼ້າສຸດຍື່ນມູນຄ່າ 46 ລ້ານປອນ ແຕ່ ເຊົາແຮມຕັນ ປະຕິເສດຖິ້ມທັງໝົດ ເພາະຕ້ອງການ 50 ລ້ານປອນສໍາລັບນັກເຕະຜູ້ເຫຼືອສັນຍາຍາວເຖິງ 2027.

ລິເວີພູລ ຄິດວ່າລາຄາທີ່ ເຊົາແຮມຕັນ ຕັ້ງໄວ້ເພື່ອນັກເຕະຊາວແບນຊິກອາຍຸ 19 ປີ ຜູ້ລົງຫຼິ້ນທີມຊຸດໃຫຍ່ເປັນຄັ້ງທໍາອິດນັ້ນສູງເກີນໄປ ແລະ ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າເຂົາຈະຍື່ນຮອບທີ 4 ຫຼືບໍ່.

ໃນຂະນະດຽວກັນ, ໃນຄືນວັນພຸດທີ່ຜ່ານມາ ເຊົາແຮມຕັນ ໄດ້ຮັບຂໍ້ສະເໜີຈາກ ເຊວຊີ ເຊິ່ງເຖິງແມ່ນຈະຫຼາຍກ່ວາຂອງ ລີເວີພູລ ແຕ່ຍັງຕ່ໍາກວ່າທີ່ຖືກປະເມີນໄວ້ເຊັ່ນເຄີຍ.

ເດືອນກັນຍາ ປີກາຍນີ້ ເຊວຊີ ເຄີຍພະຍາຍາມຄວ້າຕົວ ລາເວຍ ໂດຍຍື່ນ 50 ລ້ານປອນໃນມື້ສຸດທ້າຍຂອງຕະຫຼາດ ເຖິງແມ່ນວ່າຕອນນັ້ນນັກເຕະຫາກໍຍ້າຍເຂົ້າມາຈາກ ແມນເຊສເຕີ ຊີຕີ ໄດ້ພຽງແຕ່ສອງສາມເດືອນເທົ່ານັ້ນ ແລະ ສຸດທ້າຍ ຂໍ້ຕົກລົງບໍ່ໄດ້ເກີດຂຶ້ນ.

ຕອນນີ້ ເຊວຊີ ເຫັນໂອກາດທີ່ຈະພະຍາຍາມລອງອີກເທື່ອໜຶ່ງ ໂດຍ ເຊົາແຮມຕັນ ທີ່ຫາກໍຕົກຊັ້ນ ຍັງບໍ່ຕອບຕົກລົງ ຫຼືປະຕິເສດ ແລະ ຄາດວ່າພວກເຂົາຈະສືບຕໍ່ເຈລະຈາເພື່ອບັນລຸຂໍ້ຕົກລົງກັນຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments