Tuesday, October 1, 2024
Homeຂ່າວໜ້າໜຶ່ງງານສຳມະນາຜົນປະໂຫຍດໃນການໃຊ້ສື່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຕ້ານປະກົດການຫຍໍ້ທໍ້ ເນື່ອງໃນວັນສື່ມວນຊົນ ແລະ ການພິມຈຳຫນ່າຍແຫ່ງຊາດ ຄົບຮອບ 73 ປີ

ງານສຳມະນາຜົນປະໂຫຍດໃນການໃຊ້ສື່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຕ້ານປະກົດການຫຍໍ້ທໍ້ ເນື່ອງໃນວັນສື່ມວນຊົນ ແລະ ການພິມຈຳຫນ່າຍແຫ່ງຊາດ ຄົບຮອບ 73 ປີ

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ຜົນປະໂຫຍດໃນການໃຊ້ສື່ສົ່ງເສີມການພັດທະນາເສດຖະກີດ-ສັງຄົມ ເເລະ ຕ້ານປະກົດການຫຍໍ້ທໍ້ ເນື່ອງໃນວັນສື່ມວນຊົນ ເເລະ ການພີມຈໍາຫນ່າຍແຫ່ງຊາດ ວັນທີ 13 ສີງຫາ ຄົບຮອບ 73 ປີ ຈັດຂື້ນໃນວັນທີ10 ສິງຫາ 2023 ຢູ່ຫ້ອງປະຊຸມໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກະຊວງຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ,ພາຍໃຕ້ການເປັນປະທານຂອງ ທ່ານໂພສີ ເເກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ, ມີທ່ານວັນໄຊ ຕະວີນຍານ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຫົວຫນ້າບັນນາທິການໃຫຍ່ ຫນັງສືພີມປະຊາຊົນສຽງຂອງສູນກາງພັກ, ທ່ານສຸວັນ ສິໄລເເສງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກະຊວງຖະເເຫລງຂ່າວວັດທະນະທາ ເເລະ ທ່ອງທ່ຽວ, ມີບັນດາຫົວຫນ້າກົມ-ຮອງກົມ, ຫົວຫນ້າ-ຮອງຫົວຫນ້າພະເເນກ ຈາກກົມກອງຕ່າງໆພາຍ ໃນກະຊວງ ຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທີ່ຢູ່ຕ່າງແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມໂດຍຜ່ານວິດີໂອທາງໄກ.

ທ່ານໂພສີ ເເກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະເເຫລງຂ່າວວັດທະນະທໍາ ເເລະ ທ່ອງທ່ຽວ ຍົກໃຫ້ເຫັນຂະບວນວິວັດເເຫ່ງການກໍາເນີດ ເເລະ ຂະຫຍາຍຕົວຂອງສັງຄົມມະນຸດໂດຍເລີມມີພາສາປາກເວົ້າ ເເລະ ຕົວຫນັງສື ເເລະ ມີຕິດຕໍ່ພົວພັນກັນໃນດ້ານຕ່າງໆ ໂດຍສະເພາະການສົ່ງຈົດຫມາຍ ກ້າວຂື້ນມີໃບຂ່າວ, ໃບປີວ, ຫນັງສືພີມ, ວິທະຍຸ, ໂທລະພາບ ເເລະ ສື່ເເບບໃຫມ່ຕາມລໍາດັບ ນັ້ນເເມ່ນທີ່ມາຂອງການກໍາເນິດສື່ມວນຊົນຂອງເເຕ່ລະປະເທດ, ໃນນີ້ສະເພາະປະເທດເຮົາ ປະຫວັດສື່ມວນຊົນລາວຍາມໃດກໍ່ຕິດພັນສະຫນິດເເຫນ້ນກັບປະຫວັດສາດຂອງຊາດຂອງພັກ, ຂອງການປະຕິວັດ ເເລະ ຂອງປະຊາຊົນລາວບັນດາເຜົ່າ ເຊີ່ງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ເປັນອີກກິດຈະກໍາຫນື່ງເພື່ອລະນຶກເຖິງວັນສື່ມວນຊົນ ເເລະ ການພີມຈໍາຫນ່າຍຂອງລາວຄົບຮອບ 73ປີ ເພື່ອໂຄສະນາເຜີຍເເຜ່ປະຫວັດສື່ມວນຊົນ ເເລະ ການພີມຈໍາຫນ່າຍໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ.

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ຜົນປະໂຫຍດໃນການໃຊ້ສື່ສົ່ງເສີມການພັດທະນາເສດຖະກີດ-ສັງຄົມ ເເລະ ຕ້ານປະກົດການຫຍໍ້ທໍ້ ເນື່ອງໃນວັນສື່ມວນຊົນ ເເລະ ການພີມຈໍາຫນ່າຍແຫ່ງຊາດ ວັນທີ 13 ສີງຫາຄົບຮອບ 73 ປີໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ, ການພັດປ່ຽນກັນຂື້ນບັນຍາຍຈາກຜູ້ຊ່ຽວຊານ ເເລະ ມີປະສົບການໃນດ້ານສື່ຂອງລາວໃນຫົວຂໍ້ຕ່າງໆ ເປັນຕົ້ນ: ໃນຫົວຂໍ້ສື່ອອນລາຍເເມ່ນຫຍັງ, ການຄຸ້ມຄອງຂ່າວໃນສື່ສັງຄົມອອນລາຍມີດີເເນວໃດ, ປະໂຫຍດໃນການນໍາໃຊ້ສື່ສົ່ງເສີມການພັດທະນາເສດຖະກີິດ-ສັງຄົມ ເເລະ ຕ້ານປະກົດການຫຍໍ້ທໍ້, ພາກທຸລະກິດ ເເລະ ສື່ມີກົນໄກວີທີການຮ່ວມມືກັນເເນວໃດຈື່ງເກີດດອກອອກຜົນດີທີ່ສຸດ, ຜົນກະທົບ ເເລະ ການຄຸ້ມຄອງການນໍາໃຊ້ສື່ສັງຄົມໃນການປະກອບການ ເເລະພັດທະນາທຸລະກິດ,ບົດຮຽນປະຫວັດສາດໃນໄລຍະໃນເຮັດໃຫ້ລາວສູນເສຍເອກະລາດ ເເລະ ຄົນຮຸ່ນຫນຸ່ມຈະຮັກສາຜືນແຜ່ນດີນຄົບຖ້ວນໄວ້ໄດ້ຄື ແນວໃດ ລວມເຖີງທິດທາງເເລະການພັດທະນາເພື່ອຢູ່ຮ່ວມກັບສື່ເເບບໃຫມ່.

#MediaLaos
#MassMediaDepartment

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments