Wednesday, October 2, 2024
Homeຂ່າວພາຍໃນ" ເຊັນບົດບັນທຶກການພົບປະແລກປ່ຽນ ລະຫວ່າງ 2 ວິທະຍາຄານປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ "

” ເຊັນບົດບັນທຶກການພົບປະແລກປ່ຽນ ລະຫວ່າງ 2 ວິທະຍາຄານປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ “

ພິທີເຊັນບົດບັນທຶກການພົບປະແລກປ່ຽນ ລະຫວ່າງ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ແລະ ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2023 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ພົຈວ ປອ ວັນສົມ ສີສົມບັດ ຜູ້ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ, ຝ່າຍຫວຽດນາມນໍາໂດຍ ພົຈວ ຮສ ປອ ຈິ໋ງ ຫງ໋ອກ ກວ່ຽນ ຜູ້ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ, ມີຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາ, ສູນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ພັທ ປອ ສູນທອນ ປຸລິມາ ຮອງຫົວໜ້າຫ້ອງການ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ໄດ້ຜ່ານບົດບັນທຶກການພົບປະແລກປ່ຽນ ລະຫວ່າງ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ແລະ ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ປະຈໍາປີ 2023 ໂດຍອີງຕາມແຜນການຈັດຕັ້ງສັນຍາຮ່ວມມືລະຫ່ວາງ ກະຊວງປ້ອງກັນຄວາມສະຫງົບລາວ ກັບ ກະຊວງຕຳຫຼວດ ຫວຽດນາມ ເຊິ່ງໄດ້ລົງນາມຮ່ວມກັນ ໃນປີ 2023 ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ອີງຕາມບົດບັນທຶກຊ່ວຍຈຳ ລະຫວ່າງ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດລາວ ກັບ ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 11 ຕຸລາ 2018 ທີ່ນະຄອນຫຼວງຮ່າໂນ້ຍ.

ໃນພິທີພົບປະແລກປ່ຽນ, ຄະນະຜູ້ແທນທັງສອງວິທະຍາຄານ ໄດ້ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ດ້ວຍບັນຍາກາດແຫ່ງຄວາມສາມັກຄີໄມຕີຈິດມິດຕະພາບ ແລະ ຮ່ວມມືຮອບດ້ານຂອງສອງກໍາລັງ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໄດ້ກຳນົດ, ເຊິ່ງຜູ້ອຳນວຍການທັງສອງວິທະຍາຄານໄດ້ຜັດປ່ຽນກັນແຈ້ງສະພາບໂດຍຫຍໍ້ກ່ຽວກັບ ຜົນງານດ້ານຕ່າງໆທີ່ 2 ວິທະຍາຄານຍາດມາໄດ້ ໃນໄລຍະຜ່ານມາ.

2 ຝ່າຍ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ, ເຊິ່ງໄດ້ເຫັນດີເອກະພາບນຳກັນຫຼາຍບັນຫາ ແລະ ບາງບັນຫາ ຄື: 2 ຝ່າຍເຫັນດີເອກະພາບຮ່ວມມືກັນສ້າງຕຳລາສິດສອນບາງຂະແໜງການລົງເລິກວິຊາສະເພາະ ເພື່ອຮັບໃຊ້ການສຶກສາລະດັບຕ່າງໆ ຢູ່ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ແລະ ນັກສຶກສາລາວ ທີ່ກຳລັງສຶກສາຢູ່ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ໂດຍແຕ່ງຕໍາລາແບບຕໍ່ຍອດຄວາມຮູ້ຂອງນັກສຶກສາແຕ່ລະລະບົບ ເຊັ່ນ: ປະລິນຍາຕີ ລະບົບກໍ່ສ້າງ, ປະລິນຍາຕີ ລະບົບຕໍ່ເນື່ອງ, ປະລິນຍາໂທ ແລະ ບໍາລຸງຍົກລະດັບວິຊາສະເພາະ.

ພາຍຫຼັງໄດ້ຮັບການເຫັນດີຈາກ ກະຊວງປ້ອງຄວາມສະຫງົບ ຫວຽດນາມ ແລ້ວ, ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ພ້ອມຮັບເອົາອາຈານຈຳນວນ 8 ສະຫາຍ ຈາກຄະນະວິຊາສະເພາະພື້ນຖານສັນຕິບານ, ຄະນະວິຊາປ້ອງກັນພາຍໃນ, ຄະນະວິຊາສືບສວນ-ສອບສວນ, ຄະນະວິຊາປ້ອງກັນຄວາມສະຫງົບ ໃນຂົງເຂດສັງຄົມ, ຄະນະວິຊາປ້ອງກັນຄວາມສະຫງົບ ໃນຂົງເຂດການຕ່າງປະເທດ, ຄະນະວິຊາຄຸ້ມຄອງລັດ ກ່ຽວກັບຄວາມສະຫງົບແຫ່ງຊາດ, ຄະນະວິຊາເຕັກນິກຂໍ້ມູນຂ່າວສານ ແລະ ຫ້ອງຄຸ້ມຄອງວິທະຍາສາດ ໄປຮ່ວມສ້າງ ແລະ ຮຽບຮຽງຕໍາລາສອນດັ່ງກ່າວ ຢູ່ວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນຫວຽດນາມ ໃນໄຕມາດ 2 ປີ 2024 ໄລຍະເວລາ 15 ວັນ ໂດຍສະເໜີເອົາເຂົ້າແຜນຮ່ວມມືຂອງສອງກະຊວງ.

ຈາກນັ້ນ, ໃນພິທີ ກໍໄດ້ລົງນາມໃນບົດບັນທຶກດັ່ງກ່າວ ຝ່າຍລາວລົງນາມໂດຍ ພົຈວ ປອ ວັນສົມ ສີສົມບັດ ແລະ ຝ່າຍຫວຽດນາມລົງນາມໂດຍ ພົຈວ ຮສ ປອ ຈິ໋ງ ຫງ໋ອກ ກວ່ຽນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments