Wednesday, October 2, 2024
Homeຂ່າວພາຍໃນສນຊ-ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມສືບຕໍ່ເສີມຂະຫຍາຍການຮ່ວມມື

ສນຊ-ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມສືບຕໍ່ເສີມຂະຫຍາຍການຮ່ວມມື

ພົບປະສອງຝ່າຍ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ນຳໂດຍສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ 2023.

ໂອກາດນີ້ ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ແຈ້ງສະພາບໂດຍລວມຂອງ ສປປ ລາວ ແມ່ນມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໃນ 6 ເດືອນຕົ້ນປີ 2023 ສະພາບການຜະລິດ ແລະ ການບໍລິການ ໄດ້ມີທ່າອ່ຽງຂະຫຍາຍຕົວ ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ສະຫຼຸບຜົນການປະຕິບັດ 2 ວາລະແຫ່ງຊາດ ພ້ອມກັນນັ້ນ ໄດ້ຊຸກຍູ້ການຜະລິດພາຍໃນ ແລະ ຂົນຂວາຍດຶງດູດການລົງທຶນເຂົ້າສູ່ການຟື້ນຟູດ້ານເສດຖະກິດ ໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີຈະມາເຖິງນີ້ ແມ່ນສືບຕໍ່ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຂົງເຂດແນວລາວສ້າງຊາດ ແມ່ນ “ຂະບວນການສາມັກຄີ ແລະ ພັດທະນາ” ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ສະຖານະພາບຂອງຊາວກະສິກອນລາວ ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ”.

ຕະຫຼອດໄລຍະຜ່ານມາ ສອງອົງການໄດ້ມີການຜັດປ່ຽນຄະນະຜູ້ແທນຂັ້ນສູງຂອງຕົນ ເພື່ອແລກປ່ຽນບົດຮຽນປະສົບການນໍາກັນ ຄະນະຂົນຂວາຍປະຊາຊົນໄດ້ຊ່ວຍຈັດເຝິກອົບຮົມວຽກງານຂົນຂວາຍປະຊາຊົນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດ ການພົບປະຄັ້ງນີ້ ເພື່ອເປັນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືຂອງສອງອົງການ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2021 ເພື່ອເປັນການເສີມສ້າງຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ຂອງສອງອົງການ ໃຫ້ເປັນຮູບປະທຳ.

ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄະນະໄດ້ນຳເອົາຄອມພິວເຕີຕັ້ງໂຕະຈຳນວນ 20 ຊຸດ ມອບໃຫ້ສູນກາງແນວລາວສ້າງຊາດ ແລະ 10 ຊຸດ ໃຫ້ແກ່ແຂວງຫຼວງພະບາງ ລວມມູນຄ່າ 186 ລ້ານກີບ ກ່າວມອບໂດຍທ່ານ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ກ່າວຮັບໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments