Wednesday, October 2, 2024
Homeຂ່າວກິລາໂປເຊດຕິໂນ ພູມໃຈ “ເຊວຊີ” ໃກ້ໄດ້ “ກອງໜ້າຄົນໃໝ່” ຕົກລົງຄ່າຕົວໄດ້ແລ້ວ

ໂປເຊດຕິໂນ ພູມໃຈ “ເຊວຊີ” ໃກ້ໄດ້ “ກອງໜ້າຄົນໃໝ່” ຕົກລົງຄ່າຕົວໄດ້ແລ້ວ

ວັນທີ 9 ສິງຫາ 2023, ຟາບຣິຊິໂອ ໂຣມາໂນ ນັກຂ່າວຊາວອີຕາລີ ໄດ້ຢືນຢັນວ່າ ຊານໂຕສ ສະໂມສອນທີ່ມີຊື່ສຽງໃນລີກ ບຣາຊິນ ຕອບຮັບຂໍ້ສະເໜລວມ 20 ລ້ານເອີໂຣ ຈາກ ເຊລຊີ ສະໂມສອນຍິ່ງໃຫຍ່ແຫ່ງເວທີ ພຣີເມຍລີກ ອັງກິດ ທີ່ຍື່ນເຂົ້າມາເພື່ອຂໍຊື້ຕົວ ເດວິດ ວໍຊິງຕັນ ກອງໜ້າຊາວບຣາຊິນແລ້ວ.

ສໍາລັບ ເດວິດ ວໍຊິງຕັນ ອາຍຸ 18 ປີ, ເປັນກອງໜ້າທີ່ມີການຍິງປະຕູສຽບຄົມ ມີຄວາມໄວ ແລະ ທັກສະທີ່ຍອດຢ່ຽມ ເຊິ່ງທາງ ເມົາຣິຊິໂອ ໂປເຊດຕິໂນ ຜູ້ຈັດການທີມເຊວຊີ ຫວັງເປັນຢ່າງຍິ່ງວ່າຜູ້ກ່ຽວຈະສາມາດເຂົ້າມາເປັນອະນາຄົດກອງໜ້າໃຫ້ກັບທີມໄດ້ ແລະ ມີແຜນທີ່ຈະປ່ອຍໃຫ້ ສະຕຣາບູກ ຢືມຕົວໄປໃຊ້ງານກ່ອນລະດູການ 2023-24 ທີ່ກໍາລັງຈະມາເຖິງ.

ທັງນີ້ ຊານໂຕສ ໄດ້ຕອບຮັບຂໍ້ສະເໜີທາງວາຈາກັບ ເຊວຊີ ໃນມູນຄ່າ 15 ລ້ານເອີໂຣ ບວກກັບໂບນັດ 5 ລ້ານເອີໂຣ ແລະ ຕອນນີ້ກໍາລັງຢູ່ໃນລະຫວ່າງການດໍາເນີນການເລື່ອງເອກະສານ ກ່ອນຈະເປີດຕົວຢ່າງເປັນທາງການຕໍ່ໄປ ສ່ວນເລື່ອງສັນຍາສ່ວນຕົວ ແມ່ນຕົກລົງກັນໄດ້ຮຽບຮ້ອຍແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments