Wednesday, October 2, 2024
Homeຂ່າວກິລາບາເຢິນ ມິວນິກ ກຽມຍື່ນ 110 ລ້ານເອີໂຣ ເພື່ອຊື້ແຮຣີ ເຄນ

ບາເຢິນ ມິວນິກ ກຽມຍື່ນ 110 ລ້ານເອີໂຣ ເພື່ອຊື້ແຮຣີ ເຄນ

ບາເຢິນ ມິວນິກ ຍັງຄົງມຸງໝັ້ນທີ່ຈະເອົາ ແຮຣີ ເຄນ ມາເສີມທັບໃຫ້ໄດ້ ໂດຍຫຼ້າສຸດ ມີຂ່າວກຽມທາບທາມຊື້ຮອບໃໝ່ດ້ວຍງົບປະມານ 110 ລ້ານເອີໂຣ.

ບາເຢິນ ມິວນິກ ຍອດສະໂມສອນບານເຕະຂອງ ບຸນເດສລີກາ ເຢຍລະມັນ ກຽມຍື່ນຂໍ້ສະເໜີທາບທາມຊື້ ແຮຣີ ເຄນ ກອງໜ້າຂອງ ທັອດແນມ ຮັອດສະເປີ ມາຮ່ວມທີມໃນຮອບໃໝ່ ໂດຍເປັນເງິນລວມໂບນັດ 110 ລ້ານເອີໂຣ ຕາມການລາຍງານຈາກ ຟລໍຮຽນ ເພລດເທນແບກ ນັກຂ່າວບານເຕະເຢຍລະມັນຂອງ Sky ເຢຍລະມັນ ເມື່ອວັນອັງຄານ ທີ 8 ສິງຫທີ່ຜ່ານມາ.

ເມື່ອສອງສາມມື້ຜ່ານມາ ບາເຢິນ ມິວນິກ ໄດ້ຍື່ນຊື້ ແຮຣີ ເຄນ ດ້ວຍຂໍ້ສະເໜີເງິນລວມໂບນັດ 100 ລ້ານເອີໂຣ ແຕ່ກໍຍັງບໍ່ສາມາດເອົາຊະນະໃຈຂອງທ່ານ ດານຽວ ເລວີ ປະທານຂອງ ທັອດແນມ ຮອດສະເປີ ໄດ້.

ຫຼ້າສຸດ ເພລດເທນແບກ ລາຍງານວ່າ ບາເຢິນ ມິວນິກ ຈະລອງຍື່ນອີກເທື່ອໜຶ່ງ ບໍ່ວ່າມື້ນີ້ຫຼືມື້ອື່ນ ໂດຍເພີ່ມຂໍ້ສະເໜີເປັນ 110 ລ້ານເອີໂຣ ເຊິ່ງພວກເຂົາຮູ້ດີວ່າ ຫົວໜ້າທີມຊາດອັງກິດ ອາຍຸ 30 ປີ ຕ້ອງການຕັດສິນໃຈກ່ຽວກັບອະນາຄົດຂອງຕົວເອງໃນອາທິດນີ້.

ທັງນີ້ ບາເຢິນ ມິວນິກ ຈະເປີດສາກລະດູການ 2023-24 ດ້ວຍເກມ DFL-Supercup. ເຊິ່ງພວກເຂົາມີການແຂ່ງຂັນກັບ ແອເບ ໄລຊິກ ໃນວັນເສົາ ທີ 12 ສິງຫານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments