Thursday, October 3, 2024
Homeຂ່າວໜ້າໜຶ່ງໜັງສືພິມປະຊາຊົນ ມີບົດບາດສຳຄັນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ

ໜັງສືພິມປະຊາຊົນ ມີບົດບາດສຳຄັນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ

ວຽກງານສື່ມວນຊົນມີບົດບາດສຳຄັນ ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ-ລັດ, ເປັນຜູ້ໂຄສະນາແນວທາງນະໂຍບາຍຂອງພັກ-ລັດໃຫ້ແກ່ປະຊາຊົນ, ສ້າງຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ສັງຄົມ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ປະຊາຊົນໃນສັງຄົມ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023).

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ສື່ມວນຊົນເປັນຜູ້ທີ່ມີບົດບາດສຳຄັນ ເປັນນັກຮົບປະຕິວັດເປັນກະບອກສຽງຂອງພັກ-ລັດ ປະຕິບັດໜ້າທີ່ໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆລົງສູ່ທ້ອງຖິ່ນຮາກຖານໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈທົ່ວເຖິງ. ຊຶ່ງໃນໄລຍະປີ 2022 ຜ່ານມາ, ໜັງສືພິມປະຊາຊົນ ໄດ້ມີຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະໄດ້ສຸມໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເຜີຍແຜ່ມະຕິ, ຄຳສັ່ງຂອງພັກ-ລັດວາງອອກໃນແຕ່ລະໄລຍະ ພ້ອມທັງໂຄສະນາເຜີຍແຜ່ໃນໂອກາດວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງສາກົນ, ໂຄສະນາໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສາມສ້າງຢູ່ໃນແຕ່ລະຂົງເຂດວຽກງານ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ນຳເອົາເນື້ອໃນດັ່ງກ່າວມາຜັນຂະຫຍາຍເປັນຂ່າວ, ບົດນຳ, ບົດຄວາມຕ່າງໆ, ນອກຈາກນັ້ນຍັງໄດ້ໂຄສະນາປຸກລະດົມໃຫ້ແກ່ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ເພື່ອໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ, ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫັນໄດ້ຄວາມໝາຍ-ຄວາມສຳຄັນຂອງສອງວາລະດັ່ງກ່າວ, ໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານຕ່າງໆຂອງການນຳພັກ-ລັດຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນອອກຂ່າວການນຳພັກ-ລັດໄປຢ້ຽມຢາມປະເທດເພື່ອນມິດແລະ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆຢູ່ໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນໜັງສືພິມປະຊາຊົນຍັງໄດ້ເອົາໃຈ ໃສ່ໂຄສະນາແກ້ໄຂບັນຫາຫາງສຽງສັງຄົມທີ່ອອກຂ່າວບໍ່ມີມູນຄວາມຈິງ ເພື່ອໃຫ້ປະຊາຊົນໄດ້ຫັນມາບໍລິໂພກຂ່າວຖືກຕ້ອງມີມູນຄວາມຈິງ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງຕອບໂຕ້ກົນອຸບາຍຫຼອກລວງຂອງພວກຄົນບໍ່ຫວັງດີ ທີ່ຫວັງໃສ່ຮ້າຍປ້າຍສີການນຳພັກ-ລັດຂອງພວກເຮົາ ກໍຄືຫວັງທຳລາຍລະບອກການເມືອງຂອງພວກເຮົາດ້ວຍການອອກຂ່າວ, ບົດນຳ, ບົດຄວາມຕ່າງໆອອກທາງໜັງສືພິມ, ເຟສບຸກ ແລະ ເວັບໄຊ ເພື່ອຕອບໂຕ້, ໄດ້ປັບປຸງໜ້າໜັງສືພິມ, ກໍານົດເປັນຄໍລໍ້າທີ່ຫຼາກຫຼາຍ. ເຮັດໃຫ້ໃນ 1 ປີຜ່ານມາໜັງສືພິມປະຊາຊົນໄດ້ມີການໂຄສະນາອອກຂ່າວ, ບົດທີ່ຜະລິດເອງ ແລະ ຂ່າວກະຊວງ, ສໍານັກງານອົງການຈາກທ້ອງຖິ່ນສົ່ງມາປະກອບສ່ວນ, ບົດຜ່ານທາງໜັງສືພິມເຈ້ຍ ແລະ ໜັງສືພິມເອເລັກໂຕຣນິກດັ່ງນີ້: ຂ່າວມີຈຳນວນ 16.415 ຂ່າວ, ບົດມີຈຳນວນ 1.045 ບົດ, ຮູບປະກອບ 15.000 ກວ່າແຜ່ນ, ອອກຂ່າວຕ່າງປະເທດ 1.320 ຂ່າວ, 200 ກວ່າບົດ, ຮູບປະກອບ 100 ກວ່າແຜ່ນ, ເຟສບຸກ ແລະ ເວັບໄຊ, ໄດ້ມີການປັບປຸງດ້ານຮູບການ ແລະ ເນື້ອໃນໃຫ້ມີຫຼາຍຮູບຫຼາຍມີສີສັນຂຶ້ນກວ່າເກົ່າຢ່າງປະຈັກຕາ, ປີ 2022 ຜ່ານມາມີຄົນເຂົ້າເບິ່ງເວັບໄຊ 4.436.097 ເທື່ອຄົນ ແລະ ເຟສບຸກ 17.063 ເທື່ອຄົນ.

ຄຽງຄູ່ກັບຂໍ້ສະດວກຍັງມີຂໍ້ຫຍຸ້ງຍາກ ແລະ ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ: 1. ຂ່າວທ້ອງຖິ່ນຍັງບໍ່ກວ້າງຂວາງ, ຂ່າວພິທີການຫຼາຍໂພດ, ບົດຕ່າງໆຍັງບໍ່ຫຼາຍ; 2. ບາງຂ່າວຍັງອອກຊັກຊ້າບໍ່ທັນເຫດການ; 3. ການເຄື່ອນໄຫວຂອງນັກຂ່າວຍັງບໍ່ທັນກວ້າງຂວາງ ຍ້ອນຂາດງົບປະມານ; 4. ງົບປະມານບໍ່ພຽງພໍໃນການຈັດຕັ້ງປະຕິບັດວຽກງານ ຍ້ອນລາຍຮັບວິຊາການຈາກໂຄສະນາ ແລະ ຈຳໜ່າຍຫຼຸດລົງຫຼາຍ.

ສ່ວນອັນທີ່ຍັງເປັນຂໍ້ຈຳກັດ ຫຼື ສິ່ງທ້າທາຍຂອງໜັງສືພິມປະຊາຊົນ ແມ່ນການຕອບສະໜອງດ້ານງົບປະມານຂອງລັດໃນການປະຕິບັດກິດຈະກໍາ, ການສົ່ງເສີມວິຊາການຍັງຈໍາກັດ ແລະ ການສ້າງລາຍຮັບວິຊາການຂອງອົງການສື່ມວນຊົນແບບດັ່ງເດີມແມ່ນມີທ່າອ່ຽງຫຼຸດລົງເລື້ອຍໆ ເນື່ອງຈາກສັງຄົມຫັນໄປບໍລິໂພກຂໍ້ມູນຂ່າວສານ ແລະ ໃຊ້ການບໍລິການຢູ່ສື່ອອນລາຍ; ບຸກຄະລາກອນຜູ້ມີຄວາມຮູ້-ຄວາມສາມາດ ແລະ ຄວາມເປັນມືອາຊີບຍັງມີຈໍານວນໜ້ອຍ; ໂຄ່ງລ່າງພື້ນຖານ, ວັດຖຸ-ເຕັກນິກໃນຂົງເຂດວຽກງານສື່ມວນຊົນຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ອຸປະກອນເຕັກນິກບາງດ້ານຍັງເກົ່າ ແລະ ເປ່ເພບໍ່ສາມາດເຊື່ອມຕໍ່ກັບລະບົບໃໝ່; ເນື້ອໃນສື່ມວນຊົນບາງຄັ້ງຄາວຍັງບໍ່ທັນເລິກຊຶ່ງ, ແຫຼມຄົມ ແລະ ບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທົ່າທີ່ຄວນ. ບາງຄັ້ງຍັງຜິດພາດໃນການນໍາໃຊ້ຄໍາສັບພາສາເວົ້າ, ຂຽນຊອດກະຈາ ແລະ ບໍ່ຖືກຕ້ອງຕາມຫຼັກໄວຍາກອນພາສາລາວໃນປັດຈຸບັນ. ດ້ານຮູບການຍັງບໍ່ທັນຫຼາກຫຼາຍຮູບແບບສີສັນ ແລະ ການຕອບໂຕ້ຖ້ອຍທໍານອງໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງບໍ່ທັນສະພາບການ; ການນໍາພາຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນບາງຄັ້ງຍັງບໍ່ທັນສະພາບການ ເນື່ອງຈາກຂະນະສື່ອອນລາຍນັບມື້ຂະຫາຍຕົວ ແລະ ມີອິດທິພົນຕໍ່ສັງຄົມ.

ທ່ານກ່າວຕື່ມວ່າ: ທິດທາງແຜນການພັດທະນາໜັງພິມປະຊາຊົນໃນຕໍ່ໜ້າ ແມ່ນຈະສືບຕໍ່ສຸມໃສ່ຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາການຂອງພະນັກງານນັກຂ່າວໃຫ້ສູງຂຶ້ນ, ສົ່ງເສີມໃຫ້ພະນັກງານໄປຍົກລະດັບພາສາຕ່າງປະເທດ, ປັບປຸງກົນໄກການເຮັດວຽກຂອງບາງພະແນກໃຫ້ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ, ຜະລິດຂ່າວ-ບົດໃຫ້ມີເນື້ອໃນສັ້ນກະທັດຮັດ, ມີຄວາມດຶງດູດໜ້າສົນໃຈ, ເພີ່ມບົດນໍາ, ບົດຄວາມໃຫ້ຫຼາຍຂຶ້ນ ເພື່ອເປັນທິດຊີ້ນໍາໃຫ້ກັບສັງຄົມເຂົ້າໃຈຕໍ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດ, ປັບປຸງເວັບໄຊ, ເຟສບຸກໃຫ້ທັນສະໄໝຂຶ້ນ ທັງອອກຂ່າວຢ່າງທັນການ ເພື່ອຊີ້ແຈງອະທິບາຍຄວາມເປັນຈິງ ແລະ ຕອບໂຕ້ຫາງສຽງສັງຄົມຢ່າງທັນການ.

ມາໃນຍຸກ 4.0 ຊຶ່ງເປັນຍຸກຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ຄົນເຮົາສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຫຼາຍຊ່ອງທາງ ແຕ່ລະຄົນສາມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆທີ່ເປັນຄວາມຈິງ ແລະ ຈໍານວນບໍ່ໜ້ອຍບໍ່ແມ່ນຄວາມຈິງ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງຕ່າງໆ ສື່ມວນຊົນພວກເຮົາຕ້ອງພ້ອມກັນປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ ພັດທະນາສື່ອອນລາຍໃຫ້ຮັບປະກັນ ເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວສານໃຫ້ໄດ້ຢ່າງກວ້າງຂວາງ ພ້ອມກັນເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານຈາກພາກສ່ວນກ່ຽວຂ້ອງມາຊີ້ແຈງຢ່າງທັນການ ເພື່ອໃຫ້ສັງຄົມເຂົ້າໃຈຄວາມເປັນຈິງຕໍ່ເຫດການທີ່ເກີດຂຶ້ນ. ນໍາສະເໜີແນວທາງທີ່ເປັນອັນລະອຽດແຕ່ລະບັນຫາ, ກົດໝາຍ ແລະ ມະຕິຄໍາສັ່ງຕ່າງໆອອກຢ່າງກວ້າງຂວາງ ທັນເຫດການ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.

ບັນຫາສຳຄັນສື່ມວນຊົນຕ້ອງກໍາແໜ້ນ ແລະ ຮັບປະກັນ 4 ລັກສະນະນໍາໜ້າຂອງສື່ມວນຊົນລາວ ຕາມກົດໝາຍທີ່ກໍານົດໄວ້ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ໃນນາມສື່ມວນຊົນລາວຜູ້ໜຶ່ງ ຂໍຝາກເຖິງສື່ມວນຊົນທຸກຂະແໜງຈົ່ງພ້ອມກັນຕັດສິນໃຈພັດທະນາວຽກງານຂອງພວກເຮົານັບແຕ່ດ້ານເນື້ອໃນ ແລະ ຮູບການໃຫ້ມີຫຼາຍຮູບຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ, ເຮັດໃຫ້ສັງຄົມມີສ່ວນຮ່ວມ, ນຳໃຊ້ເຕັກໂລຊີຂໍ້ມູນຂ່າວສານລາຍງານຄວາມເປັນຈິງໃຫ້ປະຊາຊົນເຂົ້າໃຈທຸກເຫດການທີ່ເກີດຂຶ້ນ, ນໍາເອົາແນວທາງແຜນນະໂຍບາຍ-ກົດໝາຍຂອງລັດລົງເຖິງຮາກຖານຢູ່ເຂດຫ່າງໄກສອກຫຼີກຢ່າງກວ້າງຂວາງຂຶ້ນກວ່າເກົ່າ.

ໃນໂອກາດນີ້, ຮຽກຮ້ອງມາຍັງຜູ້ຕິດຕາມຂ່າວທາງສື່ອອນລາຍ ຈົ່ງມີສະຕິລະວັງຕົວຢູ່ສະເໝີ, ຂໍໃຫ້ໄຈ້ແຍກໃຫ້ດີກ່ອນຈະສົ່ງຕໍ່ຂ່າວ, ຮູບພາບ ຫຼື ຂໍ້ຄວາມຕ່າງໆໄປສູ່ບຸກຄົນອື່ນໃຫ້ຫັນມາຕິດຕາມອ່ານ, ຕິດຕາມຊົມສື່ທາງການ ເພື່ອທໍາຄວາມເຂົ້າໃຈກັບເຫດການຄວາມເປັນຈິງທີ່ເກີດຂຶ້ນ. ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 73 ປີ, ວັນສ້າງຕັ້ງໜັງສືພິມລາວອິດສະຫຼະ ກໍຄືໜັງສືພິມປະຊາຊົນໃນປັດຈຸບັນ ຂໍອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາສື່ມວນຊົນໃຫ້ມີການພັດທະນາກ້າວໜ້າຂຶ້ນໄປເລື້ອຍໆ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນໍາສື່ມວນຊົນຜູ້ກໍ່ຕັ້ງທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອພັດທະນາວຽກງານສື່ມວນຊົນໃຫ້ເຕີບໃຫຍ່ເຂັ້ມແຂງຈົນມາເຖິງທຸກວັນນີ້.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments