Friday, October 4, 2024
Homeຂ່າວດ່ວນເຕືອນການສັນຈອນ ຕາມສາຍທາງ 1C ມີດິນເຈື່ອນ ແລະ ຫີນເຈື່ອນລົງມາຖົມທາງ ບາງບ່ອນ ໃນເວລາ 9:00 ໂມງ ວັນທີ 8...

ເຕືອນການສັນຈອນ ຕາມສາຍທາງ 1C ມີດິນເຈື່ອນ ແລະ ຫີນເຈື່ອນລົງມາຖົມທາງ ບາງບ່ອນ ໃນເວລາ 9:00 ໂມງ ວັນທີ 8 ສິງຫາ 2023

ເສັ້ນທາງ 1C (ແຕ່ ສາມແຍກກໍ່ຮີ້ງ ຫາ ເມືອງຮ້ຽມ ສະເພາະຂອບເຂດເມືອງຫົວເມືອງ ແຂວງຫົວພັນ) ປັດຈຸບັນ, ເສັ້ນທາງດັ່ງກ່າວໄດ້ຮັບຜົນກະທົບຈາກຝົນຕົກຢ່າງຕໍ່ເນື່ອງເປັນເວລາຫຼາຍວັນ ເຮັດໃຫ້ມີສະພາບດິນເຈື່ອນ, ເສັ້ນທາງຖືກກັດເຊາະ ແລະ ຕົ້ນໄມ້-ເສົາໄຟຟ້າຫັກທັບເສັ້ນທາງເປັນຈຳນວນ ຫຼາຍຈຸດພໍສົມຄວນ, ເຊິ່ງກຳລັງໄດ້ໄດ້ຮັບການແກ້ ໄຂແລ້ວຫຼາຍຈຸດ ແລະ ຍັງສືບຕໍ່ແກ້ໄຂອີກຈຳນວນໜຶ່ງ (ເນື່ອງຈາກສະພາບດິນຟ້າອາກາດບໍ່ອຳນວຍ ຍັງມີຝົນຕົກຕໍ່ເນື່ອງ ເຮັດໃຫ້ບາງຈຸດມີການເຊາະເຈື່ອນຊໍ້າຊ້ອນ ແລະ ຕ້ອງໄດ້ເຝົ້າລະວັງບາງຈຸດທີ່ມີຄວາມສ່ຽງສູງ).

ສຳລັບທ່ານໃດຈະນຳໃຊ້ເສັ້ນທາງດັ່ງກ່າວ ແຕ່ສາມແຍກກໍ່ຮີ້ງ (Km257) – ແກ່ວລົມ (Km215) ຊາຍ ແດນເມືອງຫົວເມືອງ-ເມືອງຮ້ຽມ ລົດຈັກ ແລະ ລົດນ້ອຍແມ່ນສາມາດໄປໄດ້ໂດຍພື້ນຖານ ແລະ ແຕ່ ແກ່ວລົມ (Km215) – ເມືອງຮ້ຽມ ແມ່ນກຳລັງໄດ້ຮັບການແກ້ໄຂ (ຍັງບໍ່ທັນສາມາດສັນຈອນໄປໄດ້ເທື່ອ).

ຂໍ້ມູນ: ຍທຂ ເມືອງຫົວເມືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments