Friday, October 4, 2024
Homeແຈ້ງການສໍາຄັນແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ວັນທີ 8 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ວັນທີ 8 ສິງຫາ 2023

ເນື່ອງຈາກວ່າ ຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ຕົກໜັກຢູ່ ແຂວງພາກເໜືອ ແລະ ພາກກາງ, ຊຶ່ງຍັງຈະເຮັດໃຫ້ລະດັບແມ່ນໍ້າສາຂາ ໂດຍສະເພາະຢູ່ສະຖານີວັງວຽງ (ນໍ້າຊອງ) ເມືອງວັງວຽງ ແຂວງວຽງຈັນ ລະດັບນໍ້າແທກໄດ້ 3.90 ແມັດ ໄດ້ກາຍເຂດລະດັບເຕືອນໄພແລ້ວ ແລະ ຈະສືບຕໍ່ຮອດເຂດລະດັບອັນຕະລາຍ (ເຂດລະດັບເຕືອນໄພ 3.50 ແມັດ; ລະດັບອັນຕະລາຍ 4.50 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ແລະ ຜູ້ທີ່ອາໄສຢູ່ແຄມນໍ້າຊອງ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນ ໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງ ທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການ ລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

ສໍາລັບນະຄອນຫຼວງວຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ ໃນລະຫວ່າງ 24-26 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments