Friday, October 4, 2024
Homeຂ່າວກິລາອະດີດທີມຊາດລາວ ຄອງແຊ໋ມເຕະບານ 5 ຊາດ ທີ່ປະເທດໄທ

ອະດີດທີມຊາດລາວ ຄອງແຊ໋ມເຕະບານ 5 ຊາດ ທີ່ປະເທດໄທ

ອະດີດນັກກິລາເຕະບານທີມຊາດລາວ ນຳທັບໂດຍທ່ານ ບຸນລັບ ເຄນກິຕິສັກ ແລະ ທ່ານ ຈາລະນາ ຫຼວງອາມາດ ອະດີດສອງນັກກິລາຊຸບເປີສະຕາທີມຊາດລາວ ໃນຍຸກທີ່ໂດດເດັ່ນທີ່ສຸດໃນປີ 1990 ຄອງແຊ໋ມການແຂ່ງຂັນເຕະບານ ນັດພິເສດ ວີໄອພີລະດັບອະດີດທີມຊາດ ຈາກ 5 ຊາດ ທີ່ແຂວງສຸພັນບູຣີ ປະເທດໄທ ເພື່ອເປັນການສ້າງຄວາມຮັດແໜ້ນສາມັກຄີມິດຕະພາບຮັກແພງແບບອ້າຍນ້ອງ-ນ້ອງອ້າຍ ແນໃສ່ເປັນແບບຢ່າງທີ່ດີໃຫ້ແກ່ນັກກິລາເຕະບານຄົນຮຸ່ນໃໝ່.

ການແຂ່ງຂັນເຕະບານ ນັດພິເສດ ວີໄອພີລະດັບອະດິດທີມຊາດ ຈາກ 5 ຊາດ ທີ່ແຂວງສຸພັນບູຣີ ປະເທດໄທ ລະຫວ່າງວັນທີ 5-6 ສິງຫາ ຜ່ານມາ ຊຶ່ງມີ 6 ທີມຈາກ 5 ຊາດ ເຂົ້າຮ່ວມ ແບ່ງເປັນ 2 ກຸ່ມ ສຳລັບ ເຈົ້າພາບໄທ ແມ່ນສົ່ງເຂົ້າຮ່ວມ 2 ທີມ ກຸ່ມ ເອ ປະກອບມີ ອະດີດທີມຊາດໄທ ທີມ ເອ, ອະດີດທີມຊາດ ກຳປຸເຈຍ ແລະ ອະດີດທີມຊາດ ຍີ່ປຸ່ນ ສ່ວນ ກຸ່ມ ບີ ມີ ອະດີດທີມຊາດລາວ, ອະດີດທີມຊາດໄທ ບີ ແລະ ອະດີດທີມຊາດຫວຽດນາມ ທັງສອງກຸ່ມດັ່ງກ່າວແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີ 1 ຂອງສອງກຸ່ມ ໄປພົບກັນໃນນັດຊີງຊະນະເລີດ ສ່ວນອັນດັບທີ 2 ແລະ ອັນດັບທີ 3 ກໍໄປພົບກັນຕາມລຳດັບເຊັ່ນກັນ.

ສຳລັບຜົນງານຂອງອະດີດທີມຊາດລາວ ໃນຮອບຄັດເລືອກ ສາມາດເອົາຊະນະ ອະດີດທີມຊາດໄທ ທີມ ບີ ໄປແບບຂາດຮອຍ 3-0 ປະຕູ ແລະ ນັດທີ 2 ຊະນະ ອະດີດທີມຊາດຫວຽດນາມ 4-2 ປະຕູ ເປັນອັນດັບທີ 1 ຂອງກຸ່ມ ບີ ຜ່ານເຂົ້າຊີງຊະນະເລີດ ໄປຊະນະ ອະດີດທີມຊາດໄທ ທີມເອ ທີມອັນດັບທີ 1 ຂອງກຸ່ມ ເອ ດ້ວຍສະກໍ 3-2 ປະຕູຄວ້າແຊ໋ມລາຍການດັ່ງກ່າວໄປຄອງ.

ທ່ານ ບຸນລັບ ເຄນກິຕິສັກ ໃຫ້ຮູ້ວ່າ: ກ່ອນອື່ນກໍຕ້ອງຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາອະດີດນັກກິລາເຕະບານທີມຊາດລາວ ທີ່ພ້ອມພຽງຮຽງໜ້າກັນຕາງໜ້າອະດີດນັກກິລາເຕະບານທີມຊາດລາວເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ ດ້ວຍຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນ ເປັນຄັ້ງທຳອິດໃນງານດັ່ງກ່າວ ແລະ ເປັນຜົນງານທີ່ດີ ໃຫ້ແກ່ພວກເຮົາ ກໍຄື ປະເທດຊາດ ຫວັງຢ່າງຍິ່ງວ່າແຊ໋ມຄັ້ງນີ້ ຈະເປັນປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ນັກກິລາຮຸ່ນສືບທອດຕໍ່ໄປ. ເຖິງຢ່າງໃດກໍດີ, ພວກເຮົາຈະສືບຕໍ່ຮັກສາມູນເຊື້ອເຄື່ອນໄຫວໃຫ້ເປັນປົກກະຕິ ແລະ ມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນ ລາຍການ ອະດີດທີມຊາດ ຊີງແຊ໋ມໂລກ ທີ່ແຂວງລົບບູຣີ ປະເທດໄທ ໃນທ້າຍປີນີ້.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments