Saturday, October 5, 2024
Homeຂ່າວພາຍໃນການນໍາແຂວງເຊກອງ ຢ້ຽມຢາມ 2 ໂຄງການ ຢູ່ເມືອງດາກຈຶງ

ການນໍາແຂວງເຊກອງ ຢ້ຽມຢາມ 2 ໂຄງການ ຢູ່ເມືອງດາກຈຶງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນວັນທີ 4 ສິງຫາ 2023 ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ແລະ ການນໍາເມືອງດາກຈຶງ ລົງເຄື່ອນໄຫວຢ້ຽມ ຢາມໂຄງການໄຟຟ້າພະລັງລົມ ແລະ ໂຄງການສົ່ງເສີມການລ້ຽງງົວພັນນົມ-ພັນຊີ້ນ ຢູ່ເມືອງດາກຈຶງ ເພື່ອຊຸກຍູ້-ຕິດຕາມ, ຮັບຟັງການລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພັດທະນາໂຄງການ ແນໃສ່ເຮັດໃຫ້ການປະຕິບັດກິດຈະກໍາຕ່າງໆດໍາເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ສໍາເລັດຕາມເປົ້າໝາຍແຜນການທີ່ວາງໄວ້.

ໂຄງການໄຟຟ້າພະລັງລົມ ຂອງບໍລິສັດ ມອນຊູນ ວິນ ພາວເວີ້ ແລະ ບໍລິສັດ ພາວເວີ້ໄຊນາ ຈໍາກັດ, ມີກໍາລັງການຜະລິດ 600 ເມກາວັດ, ເປັນໂຄງການແຫ່ງທໍາອິດຂອງປະເທດລາວ ແລະ ເປັນໂຄງການທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນ ອອກສ່ຽງໃຕ້. ສະນັ້ນ, ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມໝາຍ, ຄວາມສໍາຄັນຕໍ່ບາດກ້າວການພັດທະນາໂຄງການພະລັງງານສະອາດຂອງລາວ. ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 900 ລ້ານໂດລາສະຫະລັດ, ໄດ້ເລີ່ມລົງມືກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດການກໍ່ສ້າງໃນທ້າຍປີ 2025 ໂດຍມີເປົ້າໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມ ເປັນຫລັກ. ໂຄງການນີ້, ເປັນໂຄງການພະລັງງານສະອາດລົດກາສກາກບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍການປ່ອຍກາສກາກບອນ ເປັນສູນໃນປີ 2050.

ສ່ວນໂຄງການທີ 2 ແມ່ນໂຄງການສົ່ງເສີມການລ້ຽງງົວພັນນົມ-ພັນຊີ້ນ ຂອງບໍລິສັດ ເອັນທີເອັບ ອາກຣີ ພັດທະນາ ຈໍາກັດຜູ້ດຽວ ເຊິ່ງໄດ້ເຊັນສັນຍາກັບລັດຖະບານລາວ ໃນປີ 2019 ແນໃສ່ຂະ ຫຍາຍງົວພັນນົມ ແລະ ງົວພັນຊີ້ນ, ພັດທະນາທີ່ດິນໃນຂອບເຂດເມືອງດາກຈຶງ ໂດຍສະເພາະແມ່ນ ເຂດດິນເຊົ່າສໍາປະທານໃຫ້ເປັນຟາມທີ່ທັນສະໄໝຄົບວົງຈອນ, ສາມາດຜະລິດຕະພັນຊີ້ນ-ນົມປອດສານພິດ ໃຫ້ເປັນທີ່ນິຍົມໃນຕະຫລາດພາຍໃນ ແລະ ຕ່າງປະເທດ ທີ່ມີອໍແກນນິກສູງ ກາຍເປັນໃບໜ້າ ໃໝ່ຂອງເມືອງດາກຈຶງ, ສ້າງໂອກາດໃຫ້ເປັນສູນຝຶກອົບຮົມ ຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ໃຫ້ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສອງບໍລິສັດ ທີ່ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ສຸມທຶນຮອນ ເຂົ້າໃນການພັດທະນາໂຄງການໃຫ້ມີຜົນສໍາເລັດ. ພ້ອມທັງ, ຊີ້ນໍາໃຫ້ສືບຕໍ່ປະຕິບັດບັນດາກິດຈະກໍາ ຂອງໂຄງການໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້; ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນແຂວງ-ເມືອງ, ເກັບກໍາຂໍ້ມູນ, ປະຕິບັດນະໂຍບາຍຊົດເຊີຍຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ນະໂຍບາຍອື່ນໆໃຫ້ຖືກຕ້ອງຕາມລະບຽບຫລັກການ ແລະ ສິ່ງສໍາຄັນ ຂະແໜງການກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ, ເຈົ້າຂອງໂຄງການ ກໍຄື ບໍລິສັດຜູ້ພັດ ທະນາໂຄງການ ຕ້ອງສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມປະຊາຊົນໃຫ້ຮັບຮູ້-ເຂົ້າໃຈຢ່າງຈະແຈ້ງເຖິງຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາໂຄງ ການ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະຊາຊາດ ກໍຄື ການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ, ສ້າງອາຊີບ, ສ້າງລາຍໄດ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງເຊກອງ ໂດຍສະເພາະເມືອງດາກຈຶງ ໃຫ້ນັບມື້ຫລຸດໜ້ອຍຖອຍລົງເປັນກ້າວໆ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments