Saturday, October 5, 2024
Homeຂ່າວພາຍໃນພ້ອມ 100% ໃນການເປັນເຈົ້າພາບກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

ພ້ອມ 100% ໃນການເປັນເຈົ້າພາບກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8

ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ທັງເປັນຄະນະຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໄດ້ໃຫ້ສໍາພາດໃນວັນທີ 7 ສິງຫາ 2023, ມາຮອດປັດຈຸບັດແຕ່ລະອານຸກໍາມະການແມ່ນມີຄວາມພ້ອມ 100% ໃນການກະກຽມຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ທ່ານຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບການຊີ້ນໍາຈາກຂັ້ນເທິງ ອະນຸກໍາມະການຊີ້ນໍາລວມໄດ້ຊີ້ນໍາໃຫ້ແຕ່ລະອະນຸກໍາມະການ ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີກະຊວງ ວ່າດ້ວຍບັນຫາຢາເສບຕິດຄັ້ງທີ 8, ມາຮອດປັດຈຸບັນເຫັນວ່າມີຄວາມຄືບໜ້າໃນການກະກຽມດ້ານຕ່າງໆມີຄວາມພ້ອມ 100%; ເປັນຕົ້ນແມ່ນ ອະນຸກໍາມະການເນື້ອໃນ ກໍເຫັນໄດ້ວ່າ ບັນດາເນື້ອໃນທີ່ຈະນໍາເຂົ້າໄປປຶກສາຫາລືໃນກອງປະຊຸມແມ່ນໄດ້ຜ່ານການນໍາກະຊວງ ປກສ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍມີຄວາມເປັນເອກະພາບກັນ, ອະນຸກໍາມະການກອງເລຂາ ກໍໄດ້ມີການອອກແບບວ່າກອງປະຊຸມຄັ້ງນີ້ຈະເຮັດຫຍັງແດ່ ເພື່ອໃຫ້ມີຄວາມສວຍງາມ ແລະ ຖືກຕ້ອງສອດຄ່ອງຕາມຮີດຄອງ ແລະ ວັດທະນະທໍາອັນດີງາມຂອງຊາດລາວເຮົາ ແລະ ພ້ອມກັນຕ້ອນຮັບບັນດາທ່ານຄະນະຜູ້ແທນຈາກບັນດາປະເທດສະມາຂຊິກອາຊຽນ ທີ່ຈະມາເຂົ້າຮ່ວມກອງປະຊຸມຄັ້ງນີ້; ພ້ອມນີ້ ອະນຸກໍາມະການດ້ານເສດຖະກິດ, ອະນຸກໍາມະການດ້ານພິທີການ ກໍໄດ້ມີການກະກຽມຄວາມພ້ອມ ເພື່ອຕ້ອນຮັບໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ສັງລວມແຜນງົບປະມານຂອງຕົນ ເຊັ່ນ: ອັດຕາກິນ, ນໍ້າມັນ, ເຄື່ອງທີ່ລະນຶກໃຫ້ຄະນະຜູ້ແທນ ແລະ ອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ວຽກງານວິຊາສະເພາະ, ລົງສຳຫຼວດສະຖານທີ່ພັກເຊົາ, ຫ້ອງປະຊຸມ, ອາຫານມື້ປະຊຸມ ແລະ ງານລ້ຽງ, ກະກຽມເຮັດສັນຍານໍາໂຮງແຮມບ່ອນທີ່ພັກເຊົາ, ຫ້ອງປະຊຸມ ແລະ ຮ້ານອາຫານມື້ປະຊຸມ ແລະ ງານລ້ຽງ, ກະກຽມການຈັດຊື້-ຈັດຈ້າງບັນດາວັດຖຸອຸປະກອບຮັບໃຊ້ກອງປະຊຸມ.

ສິງທີ່ສໍາຄັນອີກຢ່າງໜຶ່ງ ອະນຸກໍາມະການປ້ອງກັນກໍໄດ້ມີຄວາມພ້ອມໃນການປ້ອງກັນ, ຈັດກໍາລັງ ແລະ ອຸປະກອນຮັບໃຊ້ ເພື່ອເຮັດໃຫ້ການຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ມີຄວາມສໍາຫງົບປອດໄພ 100%. ດັ່ງນັ້ນເວົ້າໄດ້ມາ ມາຮອດປັດຈຸບັນ ພວກເຮົາມີຄວາມພ້ອມທີ່ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້; ກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-12 ສິງຫາ 2023 ນີ້.

ພາບ-ຂ່າວ: ຄຳໂຖ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments