Saturday, October 5, 2024
Homeຂ່າວດ່ວນທີມງານທະຫານກອງພັນ 617 ໄດ້ອອກຊອກຄົ້ນຊ່ວຍເຫຼືອຈາກໄພນໍ້າຖ້ວມ ແລະດີນເຈື່ອນ

ທີມງານທະຫານກອງພັນ 617 ໄດ້ອອກຊອກຄົ້ນຊ່ວຍເຫຼືອຈາກໄພນໍ້າຖ້ວມ ແລະດີນເຈື່ອນ

ວັນທີ​ 7 ສິງຫາ​ 2023 ນີ້​, ທີມງານທະຫານກອງພັນ 617 ໄດ້ອອກຊອກຄົ້ນຊ່ວຍເຫຼືອຈາກໄພນໍ້າຖ້ວມ ແລະດີນເຈື່ອນເຂດພູໄຮ ເມືອງຄູນຄໍາ ແຂວງຄໍາມ່ວນ (ຍັງບໍ່ສາມາດສະຫຼຸບໄດ້ວ່າຄົນຫາຍຈັກຄົນ ແລະ ບາດເຈັບເສຍຊີວິດຈັກຄົນ), ເພາະຊອກຄົ້ນບໍ່ເຫັນຄົນ.

ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ ແຂວງຄຳມ່ວນ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 6 ສິງຫາ 2023 ນີ້ວ່າ: ລົດທີ່ຕິດຄ້າງ ຈຳນວນ 110 ຄັນ, ມີລົດບັນທຸກ 95 ຄັນ, ລົດກະບະ 13 ຄັນ, ລົດເມ 1 ຄັນ, ລົດຈົກ 1 ຄັນ ໃນນັ້ນ, ຕົກເຫວ 5 ຄັນ ມີລົດບັນທຸກ 3 ຄັນ, ລົດກະບະ 1 ຄັນ, ລົດເມ 1 ຄັນ. ໃນຂະນະທີ່ມີຜູ້ຕິດຄ້າງຢູ່ບໍລິເວນດັ່ງກ່າວ, ປະມານ 70 ກວ່າຄົນ.

ປັດຈຸບັນ ສາມາດນຳເອົາຄົນທີ່ຕິດຄ້າງ ມາຢູ່ບ່ອນປອດໄພແລ້ວ, ແຕ່ຍັງມີຜູ້ສູນຫາຍ ຄົນຫວຽດນາມ 1 ຄົນ (ໂຊເຟີລົດ) ຍັງບໍ່ພົບເຫັນ.

ພາບຈາກ : ທີມກູ້ໄພອ້າຍນ້ອງທະຫານເມືອງຄູນຄໍາ ແຂວງຄຳມ່ວນ

#ວສລ#ຂ່າວ#lnr#laonationalradio

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments