Saturday, October 5, 2024
Homeຂ່າວກິລາລາວໂທລະຄົມ ມອບເງິນອັດສີດ ໃຫ້ຄະນະນັກກິລາລາວ ທີ່ສ້າງຜົນງານໃນຊີເກມ

ລາວໂທລະຄົມ ມອບເງິນອັດສີດ ໃຫ້ຄະນະນັກກິລາລາວ ທີ່ສ້າງຜົນງານໃນຊີເກມ

ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີມອບເງິນລາງວັນອັດສີດ ໃຫ້ກັບຄະນະນັກກິລາລາວຜູ້ທີ່ສ້າງຜົນງານຍາດໄດ້ຫຼຽນລາງວັນ ໃນງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນວັນທີ 4 ສິງຫາ 2023 ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ ພ້ອມດ້ວຍຄະນະສະຫະພັນກິລາ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງພິທີທີ່ຈັດຂຶ້ນໃນຄັ້ງນີ້ ເພື່ອສະແດງຄວາມຍິນດີ ເປັນຂວັນກຳລັງໃຈໃຫ້ກັບນັກກິລາຜູ້ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 5-17 ພຶດສະພາ 2023 ໂດຍຄະນະນັກກິລາລາວ ສາມາດຍາດຫຼຽນລາງວັນມາໄດ້ເຖິງ 88 ຫຼຽນ ໃນນັ້ນ ມີ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ. ດັ່ງນັ້ນ ເພື່ອຊົມເຊີຍຜົນງານນັກກິລາລາວ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ມອບເງິນລາງວັນອັດສີດ ລວມເປັນຈໍານວນເງິນທັງໝົດ 805 ລ້ານກີບ ມອບໂດຍທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ທ່ອນແກ້ວ ສີຫາວົງ ຮັກສາການຜູ້ອຳນວຍການ ບໍລິສັດ ທີພລັດດິຈິຕອນ ຈຳກັດຜູ້ດຽວ (T-Plus) ແລະ ທ່ານ ນາງ ວຽງເງິນ ອິນທະວົງ ຮອງອໍານວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ (M-Money).

ກຸ່ມບໍລິສັດ ລາວ ໂທລະຄົມ ຍາມໃດກໍເຫັນວຽກງານການສຶກສາ ແລະ ກິລາ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍຶດໝັ້ນທີ່ຈະສະໜັບສະໜູນ ສົ່ງເສີມໃຫ້ນັກກິລາລາວ ໄດ້ພັດທະນາຄວາມສາມາດ ແລະ ສ້າງສື່ສຽງໃຫ້ກັບປະເທດຊາດ ຢູ່ຄຽງຄູ່ສັງຄົມລາວ ຕະຫຼອດໄປ.

ໂອກາດນີ້, ທ່ານ ແສງພອນ ພົນອາມາດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງທີ່ທາງກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຊຸກຍູ້ໃຫ້ແກ່ວົງການກິລາຂອງ ສປປ ລາວ ໂດຍສະເພາະໃນການສະໜັບສະໜູນເງິນລາງວັນຄັ້ງນີ້ ເພື່ອເຮັດໃຫ້ຄູຝຶກ, ນັກກິລາ ແລະ ການນໍາພວກເຮົາ ໄດ້ມີຄວາມກະຕືລືລົ້ນ ສືບຕໍ່ນໍາພາພັດທະນານັກກິລາ ຍາດເອົາຫຼຽນລາງວັນ ໃນງານມະຫະກໍາກິລາຊີເກມ ແລະ ເອຊຽນເກມ ຄັ້ງຕໍ່ໄປ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments