Saturday, October 5, 2024
Homeຂ່າວດ່ວນເຈົ້າເມືອງໄຊບູລີ ລົງຕິດຕາມ ແລະ ເຝົ້າລະວັງສະພາບນໍ້າຖ້ວມຢູ່ເຂດຈຸດສຸມຊຽງໄຄ

ເຈົ້າເມືອງໄຊບູລີ ລົງຕິດຕາມ ແລະ ເຝົ້າລະວັງສະພາບນໍ້າຖ້ວມຢູ່ເຂດຈຸດສຸມຊຽງໄຄ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນວັນທີ 5 ສິງຫາ 2023 ຜ່ານມາ, ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ແຂວງສະຫວັນນະເຂດ, ປະທານຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ພ້ອມຄະນະ ລົງຕິດຕາມສະພາບນໍ້າຖ້ວມເສັ້ນທາງ ແລະ ຂົວ ຢູ່ເຂດຈຸດສຸມຊຽງໄຄ, ຈຸດເສັ້ນທາງບ້ານດົງໝາກໄຟ ໃກ້ກັບຂົວຫ້ວຍຕະບອງຮາບ ທີ່ນໍ້າຖ້ວມເສັ້ນທາງ ເຮັດໃຫ້ລົດບໍ່ສາມາດສັນຈອນໄປມາຕາມປົກກະຕິ, ພ້ອມທັງ ສືບຕໍ່ຕິດຕາມສະພາບນໍ້າ ຢູ່ຈຸດວັດແທກນໍ້າ ບ້ານຕົ້ນແຫນ.

ມາຮອດວັນທີ 7 ກໍລະກົດປີ 2023 ນໍ້າເຊນ້ອຍ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຂົວຫ້ວຍຕະບອງຮາບ ຖືກນໍ້າຖ້ວມ, ປັດຈຸບັນ, ທົ່ວເມືອງໄຊບູລີ ເສັ້ນທາງທີ່ບໍ່ສາມາດໄປມາໄດ້ຕາມປົກກະຕິແມ່ນ ເສັ້ນ PR 6308 ແຕ່ 3 ແຍກ ບ້ານມະນີລາດ ຂຶ້ນຈຸດສຸມຊຽງໄຄ ຫາເຂດແດນເຊື່ອມຕໍ່ກັບເມືອງອາດສະພອນ, ເສັ້ນທາງບ້ານດ້າງສະຫວັນ ຫາບ້ານຕົ້ນແຫນ, ເສັ້ນທາງ ບ້ານນາສັງ ຫາບ້ານໜອງເຮືອທອງ, ເສັ້ນທາງແບ່ງ ບ້ານໝາກນາວ ຫາບ້ານນາຊຽງຄານ, ຂົວທີ່ໄດ້ຮັບຄວາມເສຍຫາຍ ຈາກສະພາບຝົນຕົກໜັກ ແລະ ເຮັດໃຫ້ຂົວເປ້ເພບໍ່ສາມາດສັນຈອນໄດ້ຕາມປົກກະຕິມີ: ຂົວຫ້ວຍປາກຄູນ ບ້ານສີວິໄລ, ຂົວຫ້ວຍຖໍ້າຮຽງ ບ້ານນາຊຽງຄານ, ຂົວຫ້ວຍຖໍ້າບິ້ງ ບ້ານນາເຮືອງ, ຂົວຫ້ວຍຕະບອງຮາບ ບ້ານດົງໝາກໄຟ, ຂົວຫ້ວຍຂົວ, ຂົວຫ້ວຍຍາງ ບ້ານແກ້ງແວງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments