Sunday, October 6, 2024
Homeຂ່າວກິລາເລີ່ມຕົ້ນໄດ້ດີ ! “ເດແຄລນ ໄຣ” ສຸດພູມໃຈ ໄດ້ແຊັມຄັ້ງທໍາອິດກັບອາເຊນອລ

ເລີ່ມຕົ້ນໄດ້ດີ ! “ເດແຄລນ ໄຣ” ສຸດພູມໃຈ ໄດ້ແຊັມຄັ້ງທໍາອິດກັບອາເຊນອລ

ເດແຄລນ ໄຣ ກອງກາງຮ້ອຍລ້ານຂອງ ອາເຊນອລ ຍອມຮັບວ່າມີຄວາມສຸກຫຼາຍທີ່ສາມາດຊ່ວຍໃຫ້ທີມອາເຊນອລ ຄວ້າແຊັມຄອມມິວນີຕີ ຊິວ ໄດ້ສໍາເລັດ.

ອາເຊນອລ ເອົາຊະນະ ແມນເຊັສເຕີ ຊິຕີ ແຊັມພຣີເມຍລີກ ດ້ວຍການຍິງຈຸດໂທດຕັດສິນ ຄວ້າໂລ່ການກຸສົນໄປຄອງ.

ເດແຄລນ ໄຣ ຍ້າຍມາຈາກ ເວສແຮມ ຢູໄນເຕັດ ດ້ວຍຄ່າຕົວ 105 ລ້ານປອນ ໃນລະດູຮ້ອນນີ້ ໄດ້ລົງເປັນຕົວຈິງຄຽງຂ້າງ ເຫຼົ່ານັກເຕະໃໝ່ຢ່າງ ໄຄ ຮາແວດ ແລະ ເຢີຣຽນ ທິມເບີ.

” ຂ້ອຍຕື່ນເຕັ້ນຫຼາຍ ນີ້ຄືສິ່ງທີ່ຂ້ອຍຈິນຕະນາການໄວ້ຕອນຍ້າຍມາຮ່ວມຮ່ວມທີມ ” ເດແຄລນ ໄຣ ໃຫ້ສໍາພາດກັບ ITV.

” ແມນເຊສເຕີ ຊິຕີ ເຮັດໃຫ້ເຮົາພົບວຽກທີ່ຍາກຢ່າງທີ່ຄາດຫວັງເອົາໄວ້ໄວ້, ແຕ່ຂ້ອຍດີໃຈຫຼາຍ ເຈົ້າຕ້ອງມີຄວາມອົດທົນ ໃນການພົບກັບພວກເຂົາ ດັ່ງທີ່ຜູ້ຈັດການທີມບອກພວກເຮົາກ່ອນເກມ.”

“ ຂ້ອຍຮູ້ສຶກວ່າຕົວເອງເຕີບໂຕຂຶ້ນຫຼາຍໃນສາມອາທິດທີ່ຜ່ານມາ ມັນມີຂໍ້ມູນຫຼາຍຢ່າງທີ່ຮັບຮູ້ວ່າຜູ້ຈັດການທີມຕ້ອງການ ອັນໃດ ຂ້ອຍກະຫາຍທີ່ຈະຮຽນຮູ້ ແລະ ພັດທະນາຕໍ່ໄປ “

” ຂ້ອຍໝັ້ນໃຈວ່າເຮົາຈະປະສົບຄວາມສໍາເລັດໃນທຸກສິ່ງໄດ້ໃນລະດູການນີ້ – ເຮົາພຽງແຕ່ຕ້ອງສຸມໃສ່ໃຫ້ດີ “

ສໍາລັບ ອາເຊນອລ ຈະເປີດສາກເວທີພີເມຍລີກ ລະດູການໃໝ່ ດ້ວຍການເປີດຖິ່ນພົບກັບ ນໍຕິງແຮມ ຟໍເຣສ ໃນວັນເສົາທີ່ຈະມາເຖິງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments