Sunday, October 6, 2024
Homeຂ່າວໜ້າໜຶ່ງກອງປະຊຸມສະຫລຸບແລະວາງແຜນການໂຄສະນາສຶກສາຜົນຮ້າຍຂອງລະເບີດບໍ່ທັນແຕກ ເຂົ້າໃນຫລັກສູດການສຶກສາ ຢູ່ ລາວ ປະຈຳປີ 2022 ແລະ 2023

ກອງປະຊຸມສະຫລຸບແລະວາງແຜນການໂຄສະນາສຶກສາຜົນຮ້າຍຂອງລະເບີດບໍ່ທັນແຕກ ເຂົ້າໃນຫລັກສູດການສຶກສາ ຢູ່ ລາວ ປະຈຳປີ 2022 ແລະ 2023

ໃນຕອນເຊົ້າວັນທີ 7/8/2023 ໄດ້ໄຂກອງປະຊຸມການຈັດຕັ້ງປະຕິບັດວຽກງານ ໂຄສະນາສຶກສາຜົນຮ້າຍຂອງລະເບີດບໍ່ທັນແຕກ ເຂົ້າໃນຫລັກສູດການສຶກສາ ຢູ່ ສປປ ລາວ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ໂຮງແຮມ ເດີແກຣນຣີເວີຊາຍ(2) ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຮອງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ  ແລະ ທ່ານ ນາງ ຄຳປະເສີດ ກິດຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງ ສຶກສາທິການ ແລະ ກິລາ ໂດຍມີຜູ້ເຂົ້າຮ່ວມຈາກກົມສາມັນສຶກສາ, ກົມສ້າງຄູ, ກົມການສຶກສານອກໂຮງຮຽນ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ບັນດາຫົວໜ້າພະແນກສຶກສາທິການ ແລະ ກິລາ ແລະວິຊາການແຂວງ 10 ແຂວງເປົ້າໝາຍຂອງໂຄງການຄື: ພະແນກສຶກສາ ທິການ ແລະ ກິລາ ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫັວນນະເຂດ, ແຂວງສາລາວັນ, ແຂວງເຊກອງ, ແຂວງຈຳປາສັກ, ແຂວງອັດຕະປື ເຊີ່ງມີຜູ້ເຂົ້າຮ່ວມ 56 ຄົນ.

ກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ ຜ່ານຫລັກສູດການສຶກສາ ຢູ່ ສປປ ລາວ ປະຈຳປີ 2022  ແລະ ທິດທາງແຜນການປີ 2023, ລາຍງານແຜນກິດຈະກຳ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສີ່ງທ້າທາຍ, ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນເຂົ້າໃນການພັດທະນາຫລັກສູດ ລບຕ ສຳລັບໂຮງຮຽນສາມັນສຶກສາ, ການພັດທະນາຫຼັກສູດ ລບຕ ສຳລັບການສຶກສານອກໂຮງຮຽນ(ກສນ), ການພັດທະນາຄູ່ມືເຜີຍແຜ່ບົດຮຽນ ລບຕ ສຳລັບຊຸມຊົນ ປຶກສາຫາລືແລກປ່ຽນຂໍ້ມູນປະສົບການກ່ຽວກັບການສຶກສາຄວາມສຽ່ງຈາກ ລບຕ, ປຶກສາຫາລື ການພົວພັນປະສານງານຂອງໜ່ວຍງານປະສານງານວຽກງານໂຄສະນາຂັ້ນສູນກາງ ແລະ ທ້ອງຖີ່ນ, ປຶກສາຫາລືການພັດທະນາອຸປະກອນ ສື່ໂຄສະນາ, ຜ່ານແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ເສັ້ນທາງກ້າວສູ່ຄວາມປອດໄພ III) ໄລຍະປີ 2021-2030, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX, ແຜນການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ສຳລັບປີ 2022-2025 ທີ່ຕິດພັນກັບການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດທັນແຕກ ເຊີ່ງກອງປະຊຸມນີ້ຈະດຳເນີນໄປເປັນເວລາ 2 ວັນ.

ໂດຍ: ວັນນະສິນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments