Monday, October 7, 2024
Homeຂ່າວດ່ວນເສັ້ນທາງ ຢູ່ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກຝົນຕົກຕິດຕໍ່ກັນຫຼາຍວັນ

ເສັ້ນທາງ ຢູ່ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກຝົນຕົກຕິດຕໍ່ກັນຫຼາຍວັນ

ຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ນັບແຕ່ວັນທີ 1 ສິງຫາ 2023 ເປັນຕົ້ນມາ ເຮັດໃຫ້ມີດິນເຊາະເຈື່ອນລົງມາຈາກເທິງພູ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ຢູ່ບັນດາເສັ້ນທາງຈຳນວນໜຶ່ງ ຂອງແຂວງໄຊສົມບູນ ເນື່ອງຈາກວ່າມີດິນເຊາະເຈື່ອນ ເຮັດໃຫ້ເສັ້ນທາງເກີດການເປ່ເພບາງ​ຈຸດ ໂດຍສະເພາະແມ່ນ ເສັ້ນທາງຈາກເທດສະບານ ແຂວງໄຊສົມບູນ ຫາ ເມືອງລ້ອງຊານ ທີ່ມີການເຊາະເຈື່ອນຢູ່ຈຸດພູຍ່າເຖົ້າ ໃກ້ກັບບ້ານຜາແດງ.

ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງແກ້​ໄຂ ເພື່ອເຮັດໃຫ້ສາ​ມາດ​ສັນ​ຈອນ​ໄປ-ມາ​ໄດ້, ນອກຈາກນີ້, ຍັງມີເສັ້ນທາງໄປບ້ານອອມ ເກີດການເປ່ເພ ຢູ່ຈຸດພູກິ້ວລົມ ແລະ ເສັ້ນທາງໄປບ້ານອ່າວເໜືອ ໄດ້ຮັບຜົນກະທົບ ຕື່ມອີກ, ປັດຈຸບັນ ເສັ້ນທາງບ້ານອ່າວ ໄດ້ຮັບການສ້ອມແປງ ແລະ ສາມາດນໍາໃຊ້ໄດ້ແລ້ວ. ສຳລັບເສັ້ນທາງໄປບ້ານອອມ ຈຸດພູກິ້ວລົມ ແມ່ນຢູ່ໃນແຜນການສ້ອມແປງ ຄາດວ່າ ຈະໄດ້ຮັບການແກ້ໄຂໃນໄວໆນີ້.

ສຳລັບຜູ້ທີ່ຈະເດີນທາງຈາກນະຄອນຫຼວງວຽງຈັນ ຫຼື ຈາກເມືອງລ້ອງຊານ ໄປ​ຍັງເທດສະບານ ແຂວງໄຊສົມບູນ ເມື່ອເດີນທາງຮອດບ້ານຊຽງມີ ໃຫ້ລ້ຽວຂວາເຂົ້າເສັ້ນທາງເມືອງຮົ່ມ ແລ້ວນໍາໃຊ້ເສັ້ນທາງມາບ້ານອ່າວ ເຂົ້າສູ່ເທດສະບານ ຂອງແຂວງ, ສິ່ງສຳຄັນ ແມ່ນໃຫ້ສຶກສາສະພາບເສັ້ນທາງ ຢ່າງລະອຽດ ແລະ ຕິດ​ຕາມພະຍາກອນອາກາດ ກ່ອນການເດີນທາງ ໃນທຸກໆຄັ້ງ.

ຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ, ເຮັດໃຫ້ສາຍນໍ້າຈັ້ງ ທີ່ໄຫຼຜ່ານເທດສະບານ ແຂວງໄຊສົມບູນ ໄດ້ມີປະລິມານນໍ້າທີ່ເພີ່ມສູງຂຶ້ນເຕັມຕາຝັ່ງ, ກະແສນໍ້າ ກໍໄຫຼແຮງພໍສົມຄວນ, ປະຊາຊົນທີ່ອາໄສຢູ່ໃກ້ກັບຝັ່ງນໍ້າຈັ້ງ ຄວນລະມັດລະວັງ ແລະ ເອົາໃຈໃສ່ເບິ່ງແຍງລູກຫຼານຂອງຕົນໃຫ້ດີ ໂດຍບໍ່ໃຫ້ເຂົ້າມາຫຼິ້ນໃກ້ກັບສະຖານທີ່ດັ່ງກ່າວ ເພື່ອຮັບປະກັນຄວາມປອດໄພ ໃນໄລຍະປະລິມານນໍ້າ ທີ່ເພີ່ມສູງຂຶ້ນ.

ຂ່າວ-ພາບ: ຈິນລະວອນ ວໍລະສົມບູນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments