Monday, October 7, 2024
Homeຂ່າວການເມືອງກອງປະຊຸມປຶກສາຫາລືເພື່ອກະກຽມຄວາມຮັບມືຕໍ່ໄພພິບັດທີ່ອາດຈະເກີດຂື້ນໃນລະດູຝົນ ປີ 2023

ກອງປະຊຸມປຶກສາຫາລືເພື່ອກະກຽມຄວາມຮັບມືຕໍ່ໄພພິບັດທີ່ອາດຈະເກີດຂື້ນໃນລະດູຝົນ ປີ 2023

ໃນຕອນເຊົ້້າຂອງວັນທີ 3 ສິງຫາ 2023 ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມຮັບມືຕໍ່ໄພພິບັດທີ່ອາດຈະເກີດຂື້ນໃນລະດູຝົນ ປີ 2023 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຜູ້ປະຈໍາການ ຄພສ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີຈາກບັນດາຂະແໜງການໃນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຂົ້າຮ່ວມ, ໂດຍມີຈຸດປະສົງເພື່ອກະກຽມຄວາມພ້ອມໃນການ ຮັບມືກັບສະພາບດິນຟ້າອາກາດ ແລະ ສະພາບໄພພິບັດທີ່ອາດເກີດຂື້້ນ, ບັນດາຄວາມພ້ອມທາງດ້ານກຳລັງ, ພາຫະນະ, ອຸປະກອນ ແລະ ງົບປະມານ.

ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບສະພາບເຫດການໄພພິບັດທີ່ເກີດຂຶ້ນໃນໄລຍະຕົ້ນປີ 2023 ເຖິງປະຈຸບັນ ລວມເຖິງບັນດາທ່າແຮງຕ່າງໆ ແລະ ຄວາມພ້ອມໃນການຕອບໄຕ້ໄພພິບັດທີ່ອາດເກີດຂື້້ນໃນຊ່ວງລະດູຝົນ ປີ 2023 ແລະ ຄວາມຄືບໜ້າວຽກງານການສ້າງຕັ້ງກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປີ 2022 ແລະ ກຳນົດແຜນກຽມພ້ອມຕອບໂຕ້ ໄພພິບັດ ປີ 2023 ;

ພາຍຫຼັງໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນໃນກອງປະຊຸມ ໃນຕອນທ້າຍທ່ານ ປະທານກອງປະຊຸມໃດ້ເນັ້ນໃຫ້ທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ໃນການການແກ້ໄຂບັນດາສິ່ງທ້າທາຍ ທີ່ໄດ້ຍົກຂື້້ນໃນກອງປະຊຸມ ແລະ ຕ້ອງໄດ້ຮ່ວມມືກັນປະກອບສ່ວນ ທັງເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ຊັບພະຍາກອນທີ່ມີ ເພື່ອເຮັດໃຫ້ແຜນການກຽມພ້ອມທີ່ວາງໄວ້ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ມີປະສິດທິຜົນ ແລະ ທັນສະພາບການເພື່ອຫຼຸດຜ່ອນຜົນເສຍຫາຍ, ການຕອບໂຕ້ສຸກເສີນທັນການ ແລະ ການຟື້ນຟູທັງສຸກເສີນ ແລະ ປົກກະຕິໃຫ້ໄດ້ຮັບກ້ໄຂໂດຍໄວ. ໂດຍໃຫ້ກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ກໍ່ຄືກົມສັງຄົມສົງເຄາະ ທີ່ເປັນໃຈກາງໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນການ ຕິດຕາມສະພາບ ແລະ ເກັບກຳຂໍ້ມູນໄພພິບັດທີ່ອາດເກີດຂື້້ນລາຍງານເພື່ອແກ້ໄຂໃຫ້ທັນສະພາບການ.ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕິດຕາມສະພາບດິນຟ້າອາກາດ ປະສານສົມທົບກັບກອງເລຂາ ຄພສ ມີການແຈ້ງເຕືອນເປັນໄລຍະ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ອາໄສຢູ່ພື້ນທີ່ມີຄວາມສ່ຽງໄດ້ຮັບຂໍ້ມູນຂ່າວສານວ່ອງໄວຊັດເຈນ;ບັນ ດາກະຊວງທີ່ກ່ຽວຂ້ອງໂດຍສະເພາະ ທາງກະຊວງປ້ອງກັນປະເທດ ກຽມພ້ອມດ້ານກຳລັງພົນ, ພາຫະນະ ໃນການຕອບໂຕ້ໄພພິບັດຕະຫຼອດເວລາ ເມື່ອມີເຫດການຕ້ອງໄດ້ແກ້ໄຂໃຫ້ທັນສະພາບການ; ກະຊວງການເງິນ ໂດຍເຫັນໄດ້ຄວາມ ຈໍາເປັນ ແລະ ບັນດາ ນິຕິກຳກໍ່ຄືກົດໝາຍການຄຸ້ມຄອງໄພພິບັດ ແລະ ດຳລັດກອງທຶນຄຸ້ມຄອງໄພພິບັດໄດ້ລະບຸໄວ້ ໃນການເປີດບັນຊີກອງທຶນຄຸ້ມຄອງໄພພິບັດ ທີ່ຍັງບໍ່ທັນເປີດໄດ້ ໃຫ້ຮີບຮ້ອນປຶກສາຫາລືໃຫ້ສາມາດເປີດບັນຊີຢູ່ທະນາຄານທຸລະກິດໄດ້ ເພາະທາງກວດສອບກໍອີງໃສ່ກະຊວງການເງິນ ວ່າເປີດໄດ້ກະໃຫ້ເປີດ ບັນຊີກອງທຶນຄຸ້ມຄອງໄພພິບັດ. ພ້ອມນີ້ ກໍ່ໃຫ້ເບິ່ງຕື່ມກໍລະນີ ການແກ້ໄຂສຸກເສີນປີນີ້ ກໍລະນີບໍ່ທັນມີກອງທຶນ ແລະ ງົບປະມານສະເພາະໃຫ້ຄະນະກຳມະການຄຸ້ມຄອງໄພພິບັດໃນການແກ້ໄຂສຸກເສີນ ໃຫ້ກະຊວງການເງິນ ກະກຽມ ງົບປະມານເພື່ອສ້າງແຜນນໍາໃຊ້ງົບປະມານໃນໄລຍະສຸກເສີນ;

ການສະເໜີອອກຫວຍກອງທຶນຄຸ້ມຄອງໄພພິບັດກໍ່ຄືກັນ ອັນນີ້ ກໍ່ມອບໃຫ້ ທາງກະຊວງການເງິນ ຄົ້ນຄວ້າໃຫ້ລະອຽດວ່າໃຫ້ອອກຫວຍບໍ່? ຫຼື ຈະບໍ່ອອກແລະແບ່ງ ຈາກບ້ວງຊ່ວຍເຫຼືອສັງຄົມຂອງລັດວິສະຫະກິດຫວຍ ພັດທະນາລາວ ທີ່ສະເໜີໄວ້ນັ້ນ ມາເຂົ້າໃສ່ກອງທຶນໄດ້ ປີລະທໍ່ໃດ;

ສໍາລັບການທີ່ລັດຖະບານເຮົາຊື້ປະກັນໄພ ຊີດິບ (SEADRIF INSURANCE) ນັ້ນ ກະແມ່ນກະຊວງການເງິນໃນນາມລັດຖະບານ ໃນການຮັບຜິດຊອບໃນການຊື້ ກຳນົດເວລາ 3 ປີ ແຕ່ ເຊິ່ງ ມີທັງບ້ວງຊື້ຂາດໂຕປະກັນໄພຂະໜາດໃຫຍ່ ມູນຄ່າ 3.5 ລ້ານໂດລາສະຫະລັດ ແລະ ປະກັນໄພພິບັດຂະໜາດນ້ອຍ 1.5 ລ້ານໂດລາສະຫະລັດ ແລະ ການສີ້ນສຸດກຳນົດປະກັນໄພນີ້ ກໍ່ ຈະໄດ້ໝົດກຳນົດໄລຍະເວລາປະກັນໄພ ໃນ ຕົ້ນປີ 2024 ທີ່ຈະມາເຖີງ, ເຫັນໄດ້ວ່າ ມາດຖານໃນການນໍາໃຊ້ເງິນປະກັນໄພຂະໜາດໃຫຍ່ ແມ່ນມີມາດຖານສູງເຮັດໃຫ້ເຮົາບໍ່ສາມາດນໍາໃຊ້ຫຼືເຂົ້າເຖີງສິນປະກັນໄພໄດ້, ອັນນີ້ຖືວ່າເປັນສິ່ງທີ່ໜ້າເສຍດາຍ,ສະນັ້ນຖ້າຫາກປີນີ້ ມີເຫດການໄພພິບັດຄວນມີການເຈລະຈາຕື່ມເພື່ອສາມາດນໍາໃຊ້ໄດ້ ແລະ ໂຕປະກັນໄພຂະໜາດນ້ອຍນັ້ນ ແມ່ນ ເຫັນວ່າ ໄດ້ມີການສະເໜີຂໍໃຊ້ຈ່າຍໃຫ້ແກ່ ແຂວງອຸດົມໄຊຈໍານວນໜຶ່ງກຳລັງຢູ່ໃນຂັ້ນຕອນສະເໜີ ແລະ ສ່ວນທີ່ຍັງເຫຼືອ ນັ້ນ ແມ່ນ ຈະຕ້ອງໄດ້ເບິ່ງວ່າຈະນໍາໃຊ້ໃນການແກ້ໄຂສຸກເສີນປີນີ້ແນວໃດໃຫ້ທັນສະພາບການ, ສະ ນັ້ນ ຈິ່ງມອບໃຫ້ທັງສອງກະຊວງ ກໍ່ຄືກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ປະສານສົມທົບກັນຢ່າງໃກ້ສິດ ແລະ ລາຍງານຂ້າພະເຈົ້າໃນເວລາອັນເໝາະສົມ.

(ຂ່າວສານ: ຮສສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments