Tuesday, October 8, 2024
Homeຂ່າວພາຍໃນເວທີ​ສົນທະນາ​ແລກປ່ຽນ​ປະສົບ​ການຂອງ​ຊາວ​ໜຸ່ມ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ

ເວທີ​ສົນທະນາ​ແລກປ່ຽນ​ປະສົບ​ການຂອງ​ຊາວ​ໜຸ່ມ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊ​ປ​ລ) ໄດ້​ຈັດ​ກິດ​ຈະ​ກຳ​ຂຶ້ນໃນ​ຫົວ​ຂໍ້: ​ເວທີ​ສົນທະນາ​ແລກປ່ຽນ​ປະສົບ​ການຂອງ​ຊາວ​ໜຸ່ມ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ ຜ່ານມາ ​ທີ່ ສຊປລ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ທອງ​ຈັນ​ ພູມິ​ພັນ ​ຮອງ​ເລຂາ​ຄະນະ​ບໍລິຫາ​ນງານສູນ​ກາງ​ຊາວ ​ໜຸ່ມ​ປະຊາຊົນ​ ປະຕິວັດ​ລາວ ຜູ້​ຊີ້​ນຳ​ກົມ​ສື່​ມວນ​ຊົນ​ໜຸ່ມ​ລາວ​, ມີທ່ານນາງ ພອນສະຫວັນ ສິວິໄລ ຜູ້ປະສານງານໂຄງການຊ່ວຍເຫຼືອບ້ານເດັກເອັສໂອເອັສ ປະຈຳລາວ ພ້ອມດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ທອງ​ຈັນ​ ພູມິ​ພັນ ​​ກ່າວ​ວ່າ: ​ການຈັດງານຄັ້ງນີ້ ເພື່ອເປັນເວທີ ແລກປ່ຽນ​ປະສົບ​ການຂອງ​ຊາວ​ໜຸ່ມ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​​ເຂົ້າ​ຮ່ວມກິດຈະກຳ ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ຊາວ​ໜຸ່ມ-​ເຍົາວະ​ຊົນ​ໃນ 6 ​ແຂວງ​ເປົ້າ​ໝາຍ. ​ໂດຍສະ​ເພາະ​ແມ່ນ​ແຂວງ​ທີ່​ມີ​ໂຄງການຮ່ວມ​ມື​ກັບສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ​ປະ​ຕິ​ວັດ​ລາວ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ພ້ອມ​ທັງ​ເຂົ້າ​ໃຈ​ຢ່າງຖືກຕ້ອງ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ ຊຶ່ງວຽກງານ​ຂ່າວສານ, ການ​ບໍລິ​ໂພ​ກຂໍ້​ມູນ​ຂອງ​ຊາວ​ໜຸ່ມ​ໃນ​ຍຸກ​ປັດຈຸ​ບັນ ​ຍິ່​ງ​ມີ​ຄວາມສຳຄັນ ​ໂດຍ​ສະ​ເພາະ​ແມ່ນ​ສື່ອອນ​ລາຍ, ໃນຍຸກເຕັກໂນໂລຊີທັນສະໄໝນີ້ ເພື່ອນຳ​ໃຊ້ຄວາມຮູ້ຂໍ້ມູນຂ່າວສານຕ່າງໆ​ເຂົ້າ​ໃນ​ການ​ພັດທະ​ນາ​ທັກ​ສະການ​ດຳລົງ​ຊີວິດຂອງຊາວ​ໜຸ່ມ-​ເຍົາວະ​ຊົນ. ດັ່ງນັ້ນ, ຊາວໜຸ່ມ-ເຍົາວະຊົນ ຈຶ່ງມີ​ຄວາມ​ຈຳ​ເປັນ​ຕ້ອງໄດ້​ຮຽນຮູ້​ໃຫ້​ຫຼາຍ​ ພ້ອມ​ທັງ​ສ້າງ​ສະຕິຊາດ, ຮັກສາ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ-​ສັງຄົມ​ໄວ້​ຄູ່​ກັບ​ຄົນ​ຮຸ່ນ​ໜຸ່ມ.

ການຈັດງານ​ຄັ້ງ​ນີ້ຍັງເປັນການສະເຫຼີມສະຫຼອງວັນລັດຖະທຳມະນູນວັນທີ 15 ສິງຫາ ຄົບຮອບ 32, ວັນຢຶດອຳນາດ 23 ສິງຫາ ຄົບຮອບ 32 ປີ, ວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 73 ປີ ແລະ ເພື່ອຜັນຂະຫຍາຍແຜນການຮ່ວມມືລະຫວ່າງກົມສື່ມວນຊົນໜຸ່ມລາວ ສຊປລ ກັບໂຄງການຊ່ວຍເຫຼືອບ້ານເດັກເອັສໂອເອັສລາວ.

ຂ່າວ​-ພາບ: ບຸນ​ຕອມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments