Wednesday, October 9, 2024
Homeຂ່າວກິລາສະຫຼຸບ 2 ຂໍ້ສະເໜີໃຫຍ່ໃນພຣີເມຍລີກຫຼ້າສຸດ “ເຊວຊີ” ໄດ້ນັກເຕະໃໝ່ຄົນທີ 6 “ນິວຄາສເຊິນ” ປິດຂໍ້ຕົກລົງຄົນທີ 4

ສະຫຼຸບ 2 ຂໍ້ສະເໜີໃຫຍ່ໃນພຣີເມຍລີກຫຼ້າສຸດ “ເຊວຊີ” ໄດ້ນັກເຕະໃໝ່ຄົນທີ 6 “ນິວຄາສເຊິນ” ປິດຂໍ້ຕົກລົງຄົນທີ 4

ເມື່ອວັນທີ 3 ສິງຫາ 2023 ຜ່ານມາ ເດວິດ ອໍສະຕິນ ຜູ້ສື່ຂ່າວທີ່ມີຊື່ສຽງຂອງ The Athletic ໄດ້ລາຍງານວ່າ ເຊວຊີ ບັນລຸຂໍ້ຕົກລົງຄວ້າຕົວ ໂຣເບີດ ຊານເຊສ ຜູ້ຮັກສາປະຕູຂອງແອັດສະປາຍ ຈາກ ໄບຣຕັນ ແອນ ໂຮບ ອັນບຽນ ທີມຮ່ວມພຣີເມຍລີກອັງກິດ ດ້ວຍຄ່າຕົວລວມ 25 ລ້ານປອນ ແບ່ງອອກເປັນກ້ອນທໍາອິດ 20 ລ້ານປອນ ແລະ ໂບນັດອີກ 5 ລ້ານປອນ ໂດຍຈະມີການກວດຮ່າງກາຍໃນໄວໆນີ້.

ສໍາລັບ ໂຣເບີດ ຊານເຊສ ຈະເຂົ້າມາແທນ ເອດູອາ ເມນດີ ທີ່ຍ້າຍໄປ ອັນ ອາລີ ໃນລີກ ຊາອູດິ ອາຣະເບຍ ເຊິ່ງເປັນຄູ່ແຂ່ງ ແຍ່ງຊີງມື 1 ກັບ ເກປາ ອາຣິຊາບາລາກາ ຖືເປັນນັກເຕະໃໝ່ຄົນທີ 6 ຂອງ ເຊວຊີ ໃນລະດູຮ້ອນນີ້ຕໍ່ຈາກ ຄຣິສໂຕເຟີ ເອັນຄຸນຄູ (ແອເບ ໄລຊິກ) ນິໂຄລັສ ແຈັກສັນ (ບີຢາຣິວ) ອັນເຈໂລ ກາບຣຽວ (ຊານໂຕສ) ດິເອໂກ ໂມເຣຣາ (ເບນຟີກາ) ແລະ ເລສລີ ອູໂກຊຸກວູ (ແຣນ).

ຂະນະທີ່ ສະກາຍ ສະປອດ ກໍລາຍງານວ່າ ນິວຄາສເຊິນ ຢູໄນເຕັດ ທີມໃນພຣີເມຍລີກອີກໜຶ່ງທີມ ໄດ້ບັນລຸຂໍ້ຕົກລົງກັບ ເຊົາແທມຕັນ ໃນເວທີແຊ້ມປ້ຽນຊິບ ຄວ້າໂຕ ຕິໂນ ລີຟຣາເມນໂຕ ກອງຫຼັງດາວຮຸ່ງອາຍຸ 20 ປີຮຽບຮ້ອຍແລ້ວເຊັ່ນກັນ ດ້ວຍຄ່າຕົວ 35 ລ້ານປອນ ແລະ ຈະກວດຮ່າງກາຍໃນມໍ່ໆນີ້.

ຕິໂນ ລີຟຣາເມນໂຕ ຖືເປັນນັກເຕະໃໝ່ຄົນທີ 4 ຂອງ ນິວຄາສເຊິນ ໃນຕະຫຼາດນັກເຕະລະດູຮ້ອນນີ້ຕໍ່ຈາກ ຢານຄູບາ ມິນເຕ (ໂອເດນເຊ), ຊານໂດຣ ໂຕນາລີ (ເອຊີ ມິລານ) ແລະ ຮາວີ ບານ (ເລສເຕີ ຊີຕີ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments